WHO ກ່າວ​ເຕືອນ 6 ປະ​ເທດ ອາ​ຟ​ະ​ລິ​ກາ ກ່ຽວ​ກັບ​ໂລກ​ລະ​ບາດ Ebola

(VOVWORLD) -WHO ໄດ້ຍົກອອກຄຳກ່າວເຕືອນຢ່າງໜ້ອຍສຸດແມ່ນສຳລັບ 6 ປະເທດອ້ອມຂ້າງ, ໃນນັ້ນ ມີ ເຊຍຣາເລອອນ ແລະ ລີເບເຣຍ. ຕາມຂໍ້ມູນທີ່ໄດ້ອັບເດດແລ້ວ, ກີເນ ໄດ້ຢັ້ງຢືນມີຜູ້ເສຍຊີວິດ 5 ຄົນ ຍ້ອນໂລກລະບາດດັ່ງກ່າວ ແລະ ກົງໂກ ກໍຢັ້ງຢືນມີ 3 ກໍລະນີຕິດເຊື້ອໃນການແຜ່ລະບາດຄັ້ງໃໝ່ນີ້.
WHO ກ່າວ​ເຕືອນ 6 ປະ​ເທດ ອາ​ຟ​ະ​ລິ​ກາ ກ່ຽວ​ກັບ​ໂລກ​ລະ​ບາດ Ebola - ảnh 1ການກວດກາອຸນຫະພຸມຂອງຜູ້ຖືກສົງໄສຕິດເຊື້ອໄວຣັດ Ebola ຢູ່ ກີເນ (ພາບປະກອບ:AFP/TTXVN)

ອົງການອະນາໄມໂລກ (WHO) ໄດ້ກ່າວເຕືອນ 6 ປະເທດ ອາຟະລິກາ ຄວນຕິດຕາມບັນດາກໍລະນີຖືກສົງໄສວ່າຕິດເຊື້ອໄວຣັດ Ebola ພາຍຫຼັງແຜ່ລະບາດຄັ້ງໃໝ່ຢູ່ ກີເນ ແລະ ສາທາລະນະລັດ ກົງໂກ. ກີເນ ໄດ້ປະກາດວ່າ ໂລກລະບາດ Ebola ແຜ່ລະບາດຄັ້ງໃໝ່ໃນວັນທີ 14 ກຸມພາ, ໃນຂະນະນັ້ນ, ກົງໂກ ແຈ້ງໃຫ້ຊາບວ່າ ໂລກລະບາດດັ່ງກ່າວແຜ່ລະບາດຄືນໃໝ່ຢູ່ປະເທດນີ້ໃນວັນທີ 7 ກຸມພາ. ກ່າວຄຳເຫັນໃນກອງປະຊຸມຖະແຫຼງຂ່າວ ເຊິ່ງດຳເນີນໃນວັນທີ 16 ກຸມພາ ຢູ່ ເຊີແນວ, ປະເທດສະວິດ, ທ່ານນາງ Margaret Harris ໂຄສົກອົງການ WHO ໃຫ້ຮູ້ວ່າ: WHO ໄດ້ຍົກອອກຄຳກ່າວເຕືອນຢ່າງໜ້ອຍສຸດແມ່ນສຳລັບ 6 ປະເທດອ້ອມຂ້າງ, ໃນນັ້ນ ມີ ເຊຍຣາເລອອນ ແລະ ລີເບເຣຍ. ຕາມຂໍ້ມູນທີ່ໄດ້ອັບເດດແລ້ວ, ກີເນ ໄດ້ຢັ້ງຢືນມີຜູ້ເສຍຊີວິດ 5 ຄົນ ຍ້ອນໂລກລະບາດດັ່ງກ່າວ ແລະ ກົງໂກ ກໍຢັ້ງຢືນມີ 3 ກໍລະນີຕິດເຊື້ອໃນການແຜ່ລະບາດຄັ້ງໃໝ່ນີ້.

        ໃນສະພາບການທີ່ທົ່ວໂລກພວມປະເຊີນໜ້າກັບໂລກລະບາດໂຄວິດ - 19, ເບິ່ງຄືວ່າ ໂລກລະບາດ Ebola ໄດ້ແຜ່ລະບາດຢູ່ ອາຟະລິກາຕາເວັນຕົກອີກຄັ້ງໃໝ່. ເຖິງຢ່າງໃດກໍຕາມ, ລັດຖະບານບັນດາປະເທດ ແລະ ອົງການ WHO ຖືວ່າ ພາກພື້ນນີ້ ໄດ້ມີການກະກຽມໄດ້ເປັນຢ່າງດີກວ່າ ເມື່ອທຽບໃສ່ໄລຍະ 5 ປີ ກ່ອນນີ້, ພິເສດແມ່ນຍ້ອນຄວາມກ້າວໜ້າໃນວຽກງານສັກວັກຊີນກັນພະຍາດ ໂດຍເຊື້ອໄວຣັດ Ebola ກໍ່ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ