WHO ກ່າວ​ເຕືອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໝາກ​ສຸກ​ລີງ​ໃນ​ທົ່ວ​ໂລກ

(VOVWORLD) -ສະພາບການແຜ່ເຊື້ອຈາກຄົນສູ່ຄົນສຳລັບພະຍາດນີ້ ພວມສືບຕໍ່ເກີດຂຶ້ນ ແລະ ເບິ່ງຄືວ່າ ພວມໄດ້ຮັບການຕີລາຄາຢູ່ໃນລະດັບຕ່ຳ.
WHO ກ່າວ​ເຕືອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໝາກ​ສຸກ​ລີງ​ໃນ​ທົ່ວ​ໂລກ - ảnh 1ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການ WHO  (ພາບ: AFP/TTXVN)

ກ່າວຄຳເຫັນໃນກອງປະຊຸມຄະນະກຳມະການສຸກເສີນ (IHR) ຂອງອົງການອະນາໄມໂລກ (WHO) ເຊິ່ງດຳເນີນໃນວັນທີ 23 ມິຖຸນາ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການ WHO ໄດ້ເນັ້ນໜັກວ່າ ທຸກປະເທດໃນໂລກ ຕ້ອງເພີ່ມທະວີກຳລັງຄວາມສາມາດ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງພະຍາດໝາກສຸກລີງ, ຍູ້ແຮງການຕິດຕາມກວດກາ, ຄົ້ນຫາທາມລາຍ ແລະ ການແຍກປ່ຽວສຳລັບຜູ້ຕິດເຊື້ອພະຍາດດັ່ງກ່າວ. ໃນບົດກ່າວຄຳເຫັນຜ່ານການຖ່າຍຄຼິບ ວີດີໂອ ໃນກອງປະຊຸມສຸດຍອດກຸ່ມວັດທະນາຖາວອນລວມຢູ່ Kigali (Rwanda), ຜູ້ອຳນວຍການໃຫຍ່ WHO ກ່າວເຕືອນວ່າ ສະພາບການແຜ່ເຊື້ອຈາກຄົນສູ່ຄົນສຳລັບພະຍາດນີ້ ພວມສືບຕໍ່ເກີດຂຶ້ນ ແລະ ເບິ່ງຄືວ່າ ພວມໄດ້ຮັບການຕີລາຄາຢູ່ໃນລະດັບຕ່ຳ.

        ຕາມການສະຖິຕິຫຼ້າສຸດຂອງ WHO ແລ້ວ, ນັບແຕ່ຕົ້ນປີມານີ້, ບັນດາປະເທດ ອາຟະລິກາກາງ ຢັ້ງຢືນມີຜູ້ຕິດເຊື້ອຕື່ມອີກ 3.200 ຄົນ ແລະ ຜູ້ຖືກສົງໄສວ່າຕິດເຊື້ອແມ່ນເກືອບ 1.500 ຄົນ. ໃນນັ້ນ ມີປະມານ 70 ຄົນ ເສຍຊີວິດຍ້ອນພະຍາດດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ