WHO ກ່າວ​ເຕືອນ​ວ່າ ໂລກ​ລະ​ບາດ​ໂຄວິດ - 19 ອາດ​ຈະ​ເຮັດ​ໃຫ້​ລະ​ບົບ​ສາ​ທາ​ລະ​ນະ​ສຸກ​ຖືກ​ລົ້ມ​ລະ​ລາຍ​ຍ້ອນ​ເກີນ​ຂອບ​​ເຂດ

(VOVWORLD) - ໄລ່ຮອດຕອນເຊົ້າວັນທີ 24 ຕຸລາ (ຕາມເວລາ ຫວຽດນາມ), ທົ່ວໂລກມີຜູ້ຕິດເຊື້ອທັງໝົດກວ່າ 42,4 ລ້ານຄົນ ແລະ ມີກວ່າ 1,1 ລ້ານຄົນເສຍຊີວິດ.

        ອົງການອະນາໄມໂລກ (WHO) ກ່າວເຕືອນວ່າ ປັດຈຸບັນ ໂລກພວມຢູ່ໃນໄລຍະ “ຮ້າຍແຮງທີ່ສຸດ” ຂອງໂລກລະບາດໂຄວິດ - 19, ສະພາບການແຜ່ລະບາດໃນຊຸມເດືອນຈະມາເຖິງຈະສືບຕໍ່ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ເຮັດໃຫ້ຫຼາຍປະເທດຕ້ອງປະເຊີນໜ້າກັບສະພາບການລົ້ມລະບາຍຍ້ອນລະບົບສາທາລະນະສຸກເກີນຂອບເຂດ. ກ່າວຄຳເຫັນໃນກອງປະຊຸມຂ່າວ ທີ່ຈັດຂຶ້ນໃນວັນທີ 23 ຕຸລາ, ທ່ານ Tedros Adhanom Ghebreyeusus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ໃຫ້ຮູ້ວ່າ ມີຫຼາຍປະເທດພວມເຫັນປະຈັກຕາກ່ຽວກັບການເພີ່ມຂຶ້ນຂອງຜູ້ຕິດເຊື້ອໂຄວິດ - 19. ທ່ານ ຮຽກຮ້ອງໃຫ້ການນຳບັນດາປະເທດໃນໂລກມີການກະທຳໂດຍດ່ວນເພື່ອສະກັດກັ້ນການເພີ່ມອັດຕາຜູ້ເສຍຊີວິດ, ການລົ້ມລະບາຍຂອງລະບົບສາທາລະນະສຸກຜ່ານບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ເປັນຕົ້ນແມ່ນ ກວດຫາເຊື້ອໄວຣັດ, ຄົ້ນຫາປະຫວັດການສຳຜັດ, ແຍກຕົວ.

        ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 24 ຕຸລາ (ຕາມເວລາ ຫວຽດນາມ), ທົ່ວໂລກມີຜູ້ຕິດເຊື້ອທັງໝົດກວ່າ 42,4 ລ້ານຄົນ ແລະ ມີກວ່າ 1,1 ລ້ານຄົນເສຍຊີວິດ, ໃນນັ້ນ ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນບັນດາປະເທດນຳໜ້າກ່ຽວກັບຈຳນວນຜູ້ຕິດເຊື້ອ.

ຕອບກັບ

ຂ່າວ/ບົດ​ອື່ນ