WHO ກ່າວເຕືອນສະພາບຂາດພະຍາບານຢູ່ສ່ວນຫຼາຍປະເທດອາເມລິກາລາຕິງ

(VOVWORLD) -WHO ຮຽກຮ້ອງໃຫ້ບັນດາປະເທດພວມຂາດພະຍາບານ ຄວນເພີ່ມທະວີຈຳນວນນັກສຶກສາທີ່ຮຽນຈົບໃນຂະແໜງພະຍາບານຂຶ້ນ 8% ໃນແຕ່ລະປີ.
WHO ກ່າວເຕືອນສະພາບຂາດພະຍາບານຢູ່ສ່ວນຫຼາຍປະເທດອາເມລິກາລາຕິງ - ảnh 1 (ພາບປະກອບ: AFP/TTXVN)

ຫວ່າງມໍ່ໆມານີ້, ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ, ຫຼາຍປະເທດຂຶ້ນກັບພາກພື້ນອາເມລິກາລາຕິງ, ເວັ້ນເສຍແຕ່ ຈີເລຍ ແລະ ບຣາຊິນ, ລ້ວນແຕ່ຢືນຢູ່ຕໍ່ໜ້າສະພາບຂາດພະຍາບານຢ່າງຮ້າຍແຮງ ໃນສະພາບໂລກລະບາດໂຄວິດ-19 ພວມແຜ່ລະບາດຢ່າງວ່ອງໄວຢູ່ພາກພື້ນນີ້.

WHO ຮຽກຮ້ອງໃຫ້ບັນດາປະເທດພວມຂາດພະຍາບານ ຄວນເພີ່ມທະວີຈຳນວນນັກສຶກສາທີ່ຮຽນຈົບໃນຂະແໜງພະຍາບານຂຶ້ນ 8% ໃນແຕ່ລະປີ. ອົງການນີ້ກໍ່ຍົກອອກຂໍ້ສະເໜີຊຸກຍູ້ການລົງທຶນໃນບັນຫາບຳລຸງສ້າງ, ວຽກເຮັດງານທຳ ແລະ ນຳພາ ເພື່ອເພີ່ມທະວີກຳລັງພະຍາບານ - ບັນດາຜູ້ໄດ້ຮັບຖືວ່າແມ່ນຢູ່ແນວໜ້າໃນການຕໍ່ສູ້ຕ້ານ ໂລກລະບາດທີ່ນາບຂູ່ສຸຂະພາບຂອງປະຊາຊົນໃນທົ່ວໂລກ, ພິເສດແມ່ນໃນສະພາບເກີດໂລກລະບາດໂຄວິດ-19 ຄືໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ