WHO ຈະ​ຄິດ​ໄລ່​ຊັ່ງ​ຊາ​ປະ​ກາດ​ສະ​ພາວ​ະ​ສຸກ​ເສີນ​ສຳ​ລັບ​ພະ​ຍາດ​ໝາກ​ສຸກ​ລີງ

(VOVWORLD) -ທ່ານຜູ້ອຳນວຍການໃຫຍ່ WHO  Tedros Adhanom Ghebreyesus  ໃຫ້ຮູ້ວ່າ ການລະບາດຂອງພະຍາດໝາກສຸກລີງໃນປັດຈຸບັນ ແມ່ນໜ້າວິຕົກກັງວົນທີ່ສຸດ ແລະ ບໍ່ຜິດປົກກະຕິ. ດັ່ງນັ້ນ, ໃນກອງປະຊຸມດ່ວນ ຂອງຄະນະກຳມະການໃນອາທິດໜ້າ ເພື່ອແນໃສ່ການຕີລາຄາເບິ່ງວ່າ ໂລກລະບາດດັ່ງກ່າວ  ຈະປະກາດສະພາວະສຸກເສີນຫຼືບໍ.
WHO ຈະ​ຄິດ​ໄລ່​ຊັ່ງ​ຊາ​ປະ​ກາດ​ສະ​ພາວ​ະ​ສຸກ​ເສີນ​ສຳ​ລັບ​ພະ​ຍາດ​ໝາກ​ສຸກ​ລີງ - ảnh 1ເດັກນ້ອຍ ຢູ່ ອາຟະລິກາກາງ ຕິດພະຍາດໝາກສຸກລີງ (ພາບ: AFP/TTXVN)

ອົງການອະນາໄມໂລກ (WHO) ຈະໂຮມປະຊຸມດ່ວນໃນວັນທີ 23 ມິຖຸນາ ຈະມາເຖິງ ເພື່ອແນໃສ່ຕີລາຄາເບິ່ງວ່າ ກໍ່ຈະປະກາດສະພາວະສຸກເສີນສາທາລະນະສຸກໃນຊຸມຊົນ ຕໍ່ການລະບາດຂອງພະຍາດໝາກສຸກລີງໃນໂລກໃນປັດຈຸບັນຫຼືບໍ.

ຖະແຫຼງການໃນວັນທີ 14 ມິຖຸນາ, ທ່ານຜູ້ອຳນວຍການໃຫຍ່ WHO  Tedros Adhanom Ghebreyesus  ໃຫ້ຮູ້ວ່າ ການລະບາດຂອງພະຍາດໝາກສຸກລີງໃນປັດຈຸບັນ ແມ່ນໜ້າວິຕົກກັງວົນທີ່ສຸດ ແລະ ບໍ່ຜິດປົກກະຕິ. ດັ່ງນັ້ນ, ໃນກອງປະຊຸມດ່ວນ ຂອງຄະນະກຳມະການໃນອາທິດໜ້າ ເພື່ອແນໃສ່ການຕີລາຄາເບິ່ງວ່າ ໂລກລະບາດດັ່ງກ່າວ  ຈະປະກາດສະພາວະສຸກເສີນຫຼືບໍ.

        ຕາມ WHO ແລ້ວ, ນັບແຕ່ຕົ້ນປີມານີ້, ມີຈຳນວນຜູ້ຕິດເຊື້ອພະຍາດໝາກສຸກລີງ 1.600 ຄົນ, ຜູ້ຖືກສົງໄສຕິດເຊື້ອ 1.500 ຄົນ ແລະ ມີ 72 ຄົນເສຍຊີວິດ ຍ້ອນໂລກລະບາດດັ່ງກ່າວ ຢູ່ 39 ປະເທດ.


 

ຕອບກັບ

ຂ່າວ/ບົດ​ອື່ນ