WHO: ຊອກຫາຕົ້ນກຳເນີດຂອງໂຄວິດ -19 ແມ່ນ “ຄຳຮຽກຮ້ອງຄຸນສົມບັດ ແລະ ຄຳສັ່ງດ້ານວິທະຍາສາດ”

(VOVWORLD) - ຖະແຫຼງການຂອງທ່ານ Adhanom Ghebreyesus ໄດ້ຍົກອອກມາເນື່ອງໃນໂອກາດລະນຶກເຖິງ 3 ປີນັບແຕ່ຄັ້ງທຳອິດທີ່ WHO ນຳໃຊ້ຄຳສັບ “ໂລກລະບາດ” ເພື່ອວາດພາບເຖິງການແຜ່ລະບາດໃນຂອບເຂດທົ່ວໂລກຂອງ ໂຄວິດ -19.

ໃນບົດຂຽນເອົາລົງໃນສື່ສັງຄົມອອນໄລ Twitter ສ່ວນຕົວເມື່ອວັນທີ 12 ມີນາ, ທ່ານ Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ໄດ້ເນັ້ນໜັກເລື່ອງຊອກຫາຕົ້ນກຳເນີດຂອງໂລກລະບາດໂຄວິດ - 19 ແລະ ຄົ້ນຫາທຸກໆການສັນນິຖານແມ່ນ “ຄຳສັ່ງດ້ານວິທະຍາສາດ” ເພື່ອຊ່ວຍສະກັດກັ້ນການແຜ່ລາມໃນອະນາຄົດ ແລະ ແມ່ນ “ຄຳຮຽກຮ້ອງກ່ຽວກັບຄຸນສົມບັດ” ເພື່ອຜົນປະໂຫຍດຂອງປະຊາຊົນນັບລ້ານຄົນທີ່ໄດ້ເສຍຊີວິດແລ້ວ, ກໍຄືບັນດາຜູ້ທີ່ພວມຖືກຜົນສະທ້ອນຈາກ “ສະພາບໂຄວິດ ແກ່ຍາວ”.

        ຖະແຫຼງການຂອງທ່ານ Adhanom Ghebreyesus ໄດ້ຍົກອອກມາເນື່ອງໃນໂອກາດລະນຶກເຖິງ 3 ປີນັບແຕ່ຄັ້ງທຳອິດທີ່ WHO ນຳໃຊ້ຄຳສັບ “ໂລກລະບາດ” ເພື່ອວາດພາບເຖິງການແຜ່ລະບາດໃນຂອບເຂດທົ່ວໂລກຂອງ ໂຄວິດ -19.

 

ຕອບກັບ

ຂ່າວ/ບົດ​ອື່ນ