WHO ຍົກລະດັບການຄາດຄະເນການເຕີບໂຕດ້ານການຄ້າທົ່ວໂລກ

(VOVWORLD) -ອົງການການຄ້າໂລກ (WTO) ປະກາດການຄາດຄະເນຫຼ້າສຸດກ່ຽວກັບການເຕີບໂຕດ້ານການຄ້າທົ່ວໂລກປີ 2021 ແລະ ປີ 2022
WHO ຍົກລະດັບການຄາດຄະເນການເຕີບໂຕດ້ານການຄ້າທົ່ວໂລກ - ảnh 1(ພາບປະກອບ: THX/TTXVN)

ວັນທີ 04 ຕຸລາ, ອົງການການຄ້າໂລກ (WTO) ປະກາດການຄາດຄະເນຫຼ້າສຸດກ່ຽວກັບການເຕີບໂຕດ້ານການຄ້າທົ່ວໂລກປີ 2021 ແລະ ປີ 2022, ໃນນັ້ນຖືວ່າ ໃນປີ 2021 ການເຄື່ອນໄຫວດ້ານການຄ້າທົ່ວໂລກສາມາດບັນລຸໄດ້ລະດັບເຕີບໂຕຂຶ້ນເຖິງ 10,8%. ຄຽງຄູ່ກັນນັ້ນ, ໃນລະດັບຄາດຄະເນການເຕີບໂຕດ້ານການຄ້າໃຫ້ແກ່ປີ 2022 ແມ່ນ 4,7%. ຕາມ WTO ແລ້ວ, ພື້ນຖານເພື່ອໃຫ້ບັນດານັກຊ່ຽວຊານຂອງອົງການນີ້ຍົກອອກຕົວເລກຄາດຄະເນໜ້າປະເອີບໃຈຄືແນວນັ້ນ ແມ່ນຍ້ອນການການເຄື່ອນໄຫວດ້ານການຄ້າໃນໂລກປີ 2021 ໄດ້ເພີ່ມຂຶ້ນ ພາຍຫຼັງ 1 ປີທີ່ຖືກຢຸດສະງັກຍ້ອນໂລກລະບາດໂຄວິດ-19. ກໍ່ໃນການຄາດຄະເນໃໝ່ນີ້, WTO ຖືວ່າ ວົງເງິນການຄ້າໂລກໃນປີ 2022 ຈະບັນລຸລະດັບເຕີບໂຕແມ່ນ 4,7%.

ຕອບກັບ

ຂ່າວ/ບົດ​ອື່ນ