WHO ຕີລາຄາສູງການປຶກສາຫາລືກັບຈີນ ກ່ຽວກັບຕົ້ນກຳເນີດຂອງເຊື້ອໄວຣັດ SARS-CoV-2

(VOVWORLD) -ກຸ່ມນັກຊ່ຽວຊານຂອງ WHO ທີ່ສືບສວນຕົ້ນກຳເນີດຂອງໂລກລະບາດໂຄວິດ-19 ຢູ່ນະຄອນ ອູ່ຫັນ (ຈີນ) ພວມມີບັນດາການປຶກສາຫາລືຢ່າງມີປະສິດທິຜົນກັບບັນດາເພື່ອນຮ່ວມງານຈີນ.
WHO ຕີລາຄາສູງການປຶກສາຫາລືກັບຈີນ ກ່ຽວກັບຕົ້ນກຳເນີດຂອງເຊື້ອໄວຣັດ SARS-CoV-2 - ảnh 1ກຸ່ມນັກຊ່ຽວຊານຂອງ WHO ທີ່ສືບສວນຕົ້ນກຳເນີດຂອງໂລກລະບາດໂຄວິດ-19 ຢູ່ນະຄອນ ອູ່ຫັນ
(ພາບ: AFP/TTXVN)

ວັນທີ 01 ກຸມພາ, ທ່ານນາງປະລິນຍາເອກ Maria Van Kerkhove, ຫົວໜ້າກຸ່ມເຕັກນິກພະແນກພະຍາດສຸກເສີນຂອງອົງການອະນາໄມໂລກ (WHO) ໄດ້ຖະແຫຼງວ່າ, ກຸ່ມນັກຊ່ຽວຊານຂອງ WHO ທີ່ສືບສວນຕົ້ນກຳເນີດຂອງໂລກລະບາດໂຄວິດ-19 ຢູ່ນະຄອນ ອູ່ຫັນ (ຈີນ) ພວມມີບັນດາການປຶກສາຫາລືຢ່າງມີປະສິດທິຜົນກັບບັນດາເພື່ອນຮ່ວມງານຈີນ.

        ກ່ອນໜ້ານັ້ນ, ວັນທີ 01 ກຸມພາ, ກຸ່ມນັກຊ່ຽວຊານຂອງ WHO ໄດ້ໄປຢ້ຽມຢາມສູນຄວບຄຸມ ແລະ ສະກັດກັ້ນໂລກລະບາດ (CDC) ຂອງແຂວງ ຮູເປຍ, ເຊິ່ງແມ່ນແຂວງກວດພົບເຊື້ອພະຍາດເປັນຄັ້ງທຳອິດເມື່ອປີ 2019. ກຸ່ມນັກຊ່ຽວຊານໄດ້ມີການເຮັດວຽກເປັນເວລາກວ່າ 4 ຊົ່ວໂມງເຄິ່ງຢູ່ CDC ຮູເປຍ. ປະຈຸບັນ, ແຜນການຄົບຖ້ວນຂອງການສືບສວນຍັງບໍ່ທັນໄດ້ປະກາດເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ