WHO ຖືວ່າ “ມີຄວາມເປັນໄປຫຼາຍທີ່ສຸດ” ທີ່ ໄວຣັດ SARS-CoV-2 ມີຕົ້ນກຳເນີດມາຈາກສັດ

(VOVWORLD) -ບັນດາພະຍານຫຼັກຖານທີ່ມີຢູ່ທັງໝົດ ລ້ວນແຕ່ຊີ້ໃຫ້ເຫັນ ວ່າ ໄວຣັດ SARS-CoV-2 ມີຕົ້ນກຳເນີດມາຈາກສັດ ຫາກບໍ່ແມ່ນເກີດມາຈາກ ການພັດທະນາ ຫຼື ກຳເນີດມາຈາກຫ້ອງທົດລອງ ຫຼື ຢູ່ແຫ່ງໃດແຫ່ງໜຶ່ງ.

ກ່າວຄຳເຫັນຕໍ່ກອງປະຊຸມຂ່າວຢູ່ເຊີແນວ, ປະເທດສະວິດ, ທ່ານນາງ Fadela Chaib, ໂຄສົກ WHO ຊີ້ແຈ້ງວ່າ “ບັນດາພະຍານຫຼັກຖານທີ່ມີຢູ່ທັງໝົດ ລ້ວນແຕ່ຊີ້ໃຫ້ເຫັນ ວ່າ ໄວຣັດ SARS-CoV-2 ມີຕົ້ນກຳເນີດມາຈາກສັດ ຫາກບໍ່ແມ່ນເກີດມາຈາກ ການພັດທະນາ ຫຼື ກຳເນີດມາຈາກຫ້ອງທົດລອງ ຫຼື ຢູ່ແຫ່ງໃດແຫ່ງໜຶ່ງ”. ປະຈຸບັນ, ຍັງບໍ່ທັນຮູ້ກ່ຽວກັບ ວິທີໄວຣັດ ແຜ່ເຊື້ອຈາກສັດໄປສູ່ຄົນ, ແຕ່ທ່ານນາງ Fadela Chaib ກໍ່ຢືນຢັນວ່າ, “ແນ່ນອນວ່າ” ສັດແມ່ນຕົວກາງແຜ່ເຊື້ອໄວຣັດ. ຕາມໂຄສົກຜູ້ນີ້, ໄວຣັດ SARS-CoV-2 ອາດກ່ຽວຂ້ອງເຖິງໂຕເຈຍ, ແຕ່ບັນດານັກຄົ້ນຄວ້າພວມຊອກຫາວິທີທີ່ໄວຣັດອັນຕະລາຍນີ້ຕິດແປດຈາກໂຕເຈຍສູ່ຄົນ.

ເຖິງຢ່າງໃດກໍ່ຕາມ, ມາຮອດປະຈຸບັນຍັງບໍ່ທັງຢັ້ງຢືນໄດ້ວ່າ ໄວຣັດ SARS-CoV-2 ມີຕົ້ນກຳເນີດມາຈາກໂຕເຈຍ ຫຼື ໂຕລິນ, ແຕ່ນັກຊ່ຽວຊານຫຼາຍທ່ານກໍ່ໄດ້ຢືນຢັນວ່າ, ໂລກລະບາດທີ່ໄດ້ເຮັດໃຫ້ນັບໝື່ນໆຄົນ ເສຍຊີວິດໃນທົ່ວໂລກນັ້ນ ແມ່ນກຳເນີດມາຈາກສັດ.

ຕອບກັບ

ຂ່າວ/ບົດ​ອື່ນ