WHO ບົດລາຍ​ງານ​ຕົ້ນ​ກຳ​ເນີດ​ຂອງ ໄວ​ຣັດ Sars – CoV- 2 ຈະ​ໄດ້​ຮັບ​ການ​ປະ​ກາດ​ໃນ​ 2 – 3 ວັນ​ຈະ​ມາ​ເຖິງ

(VOVWORLD) -ກ່າວຄຳເຫັນໃນການຖະແຫຼງຂ່າວນັດສາມັນ ຂອງ ອົງການນະນາໄມໂລກ, ທ່ານ Peter Ben Embarek, ນັກຊ່ຽວຊານ ຂອງ WHO ແລະ ແມ່ນຜູ້ນຳໜ້າຂອງກຸ່ມສືບສວນຂອງ WHO ຢູ່ ຈີນ ໃຫ້ຮູ້ວ່າ ອົງການນີ້ ປັດຈຸບັນພວມກວດກາຂໍ້ມູນ ແລະ ແປບົດລາຍງານນີ້.

  ວັນທີ 27 ມີນາ, ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ ບົດລາຍງານລະອຽດ ກ່ຽວກັບການສືບສວນຢູ່ນະຄອນ ອຸ້ຫັນ, ປະເທດຈີນ ເພື່ອຄົ້ນຫາຕົ້ນກຳເນີດຂອງ ໂລກລະບາດໂຄວິດ - 19 ຄາດວ່າຈະໄດ້ຮັບການປະການໃນ 2 – 3 ວັນຈະມາເຖິງ. ກ່າວຄຳເຫັນໃນການຖະແຫຼງຂ່າວນັດສາມັນ ຂອງ ອົງການນະນາໄມໂລກ, ທ່ານ Peter Ben Embarek, ນັກຊ່ຽວຊານ ຂອງ WHO ແລະ ແມ່ນຜູ້ນຳໜ້າຂອງກຸ່ມສືບສວນຂອງ WHO ຢູ່ ຈີນ ໃຫ້ຮູ້ວ່າ ອົງການນີ້ ປັດຈຸບັນພວມກວດກາຂໍ້ມູນ ແລະ ແປບົດລາຍງານນີ້. ໃນຂະນະນັ້ນ, ທ່ານ Mike Ryan ຜູ້ນຳໜ້າໂຄງການສາທາລະນະສຸກດ່ວນຂອງ WHO ໃຫ້ຮູ້ວ່າ ກ່ອນອື່ນໝົດ ບົດລາຍງານຈະໄດ້ສົ່ງໄປຍັງບັນດາປະເທດສະມາຊິກເພື່ອປຶກສາຫາລື ກ່ອນທີ່ຈະປະກາດຢ່າງກ້ວາງຂວາງ.

ຕອບກັບ

ຂ່າວ/ບົດ​ອື່ນ