WHO ສົ່ງຄຳຂອບອົກຂອບໃຈຕໍ່ບັນດາຜູ້ເຂົ້າຮ່ວມການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ຢູ່ຫວຽດນາມ

(VOVWORLD) -ອົງການອະນາໄມໂລກ (WHO) ປະຈຳຫວຽດນາມ ຫາກໍລົງຄຼິບວິດີໂອ ສົ່ງຄຳຂອບອົກຂອບໃຈຢ່າງຈິງໃຈມາຍັງບັນດາຜູ້ທີ່ເຂົ້າຮ່ວມການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19.

ຄຳຂອບອົກຂອບໃຈໃນຄຼິບວິດີໂອມີຫຼາຍພາສາ, ໃນນັ້ນໄດ້ເນັ້ນໜັກເຖິງເນື້ອໃນຂອບອົກຂອບໃຈ ບັນດາຜູ້ມີຄວາມເກັ່ງກ້າສາມາດໃນການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ໃນທົ່ວປະເທດຫວຽດນາມ. ໃນຄຳຂອບອົກຂອບໃຈນັ້ນມີຕອນເວົ້າວ່າ.

“ຂໍສົ່ງຄຳຂອບອົກຂອບໃຈຢ່າງເລິກເຊິ່ງເຖິງບັນດາເພື່ອນຮ່ວມງານ, ບັນດາພະນັກງານແພດໝໍປ້ອງກັນ, ບັນດາແພດໝໍບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ຍອມຮັບຄວາມສ່ຽງໃນວຽກງານເບິ່ງແຍງ, ປິ່ນປົວໃຫ້ແກ່ຜູ້ຕິດໂລກລະບາດໂຄວິດ-19 ທັງ ເວັນ  ແລະ ຄືນ.”

ຕອບກັບ

ຂ່າວ/ບົດ​ອື່ນ