WHO ສະຫຼຸບ “ມີ​ຄວາມ​ເປັນ​ໄປ​ໄດ້​ໜ້ອຍທີ່​ສຸດ​” ທີ່ເຊື້ອ​ໄວ​ຣັດ Sars – CoV – 2 ​ຈະຫຼຸດ​ອອກມາ​ຈາກ​ຫ້ອງ​ທົດ​ລອງ

(VOVWORLD) -ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO ໃຫ້ຮູ້ວ່າ: ບົດລາຍງານກ່ຽວກັບການສືບສວນຕົ້ນກຳເນີດຂອງ ເຊື້ອໄວຣັດ Sars – CoV – 2 ໂດຍ WHO ດຳເນີນຢູ່ ຈີນ ເມື່ອເດືອນມັງກອນ ປີ 2021 ໄດ້ປະກາດຢ່າງເປັນທາງການໃນວັນທີ 30 ມີນາ ໃນເວັບໄຊຂອງອົງການນີ້, ພາຍຫຼັງປະກາດໃຫ້ບັນດາປະເທດ ສະມາຊິກ. 
WHO ສະຫຼຸບ “ມີ​ຄວາມ​ເປັນ​ໄປ​ໄດ້​ໜ້ອຍທີ່​ສຸດ​” ທີ່ເຊື້ອ​ໄວ​ຣັດ Sars – CoV – 2 ​ຈະຫຼຸດ​ອອກມາ​ຈາກ​ຫ້ອງ​ທົດ​ລອງ - ảnh 1ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO (ພາບ: TTXVN)

ທີ່ການຖະແຫຼງຂ່າວ ຊຶ່ງດຳເນີນໃນຕອນບ່າຍວັນທີ 29 ມີນາ ຢູ່ ສຳນັກງານອົງການອະນາໄມໂລກ (WHO) ຢູ່ ເຊີແນວ, ປະເທດ ສະວິດ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ WHO ໃຫ້ຮູ້ວ່າ: ບົດລາຍງານກ່ຽວກັບການສືບສວນຕົ້ນກຳເນີດຂອງ ເຊື້ອໄວຣັດ Sars – CoV – 2 ໂດຍ WHO ດຳເນີນຢູ່ ຈີນ ເມື່ອເດືອນມັງກອນ ປີ 2021 ໄດ້ປະກາດຢ່າງເປັນທາງການໃນວັນທີ 30 ມີນາ ໃນເວັບໄຊຂອງອົງການນີ້, ພາຍຫຼັງປະກາດໃຫ້ບັນດາປະເທດ ສະມາຊິກ. WHO ຕີລາຄາເລື່ອງ ໄວຣັດມາຈາກຫ້ອງທົດລອງ ແມ່ນມີຄວາມເປັນໄປໄດ້ໜ້ອຍທີ່ສຸດ ແລະ ການສົມມຸດຖານຄວາມເປັ່ນໄປໄດ້ສູງທີ່ສຸດໃນປັດຈຸບັນແມ່ນ ມະນຸດຕິດເຊື້ອຈາກສິ່ງສື່ກາງ ຊຶ່ງປັດຈຸບັນຍັງບໍ່ທັນສາມາດຢັ້ງຢຶນໄດ້ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ