WHO ຮຽກຮ້ອງບັນດາປະເທດຮ່ວມແຮງຮ່ວມໃຈຮັບມືກັບ ພະຍາດໝາກສຸກລີງ

(VOVWORLD) - ເລື່ອງບັນດາປະເທດເລືອກເອົາວິທີຮ່ວມແຮງຮ່ວມໃຈສະກັດກັ້ນ ພະຍາດໝາກສຸກລີງໃນປະຈຸບັນ ແລະ ໃນຊຸມປີຈະມາເຖິງຈະແມ່ນສິ່ງທົດຊອບສຳລັບທັງ ເອີລົບ ເວົ້າສະເພາະ ແລະ ໂລກເວົ້າລວມກ່ຽວກັບກຳລັງຮັບມືກັບໂລກລະບາດ.
WHO ຮຽກຮ້ອງບັນດາປະເທດຮ່ວມແຮງຮ່ວມໃຈຮັບມືກັບ ພະຍາດໝາກສຸກລີງ - ảnh 1WHO ໄດ້ຮຽກຮ້ອງໃຫ້ບັນດາປະເທດ ເອີລົບ ແລະ ປະເທດອື່ນພ້ອມກັນສົມທົບບັນດາມາດຕະການເພື່ອສະກັດກັ້ນ, ຄວບຄຸມ ແລະ  “ລົບລ້າງ” ພະຍາດໝາກສຸກລີງ
(ພາບ: Getty Images/TTXVN)

        ວັນທີ 20 ສິງຫາ, ທ່ານ Hans Kluge, ຜູ້ອຳນວຍການຮັບຜິດຊອບພາກພື້ນ ເອີລົບ ຂອງອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ບັນດາປະເທດ ເອີລົບ ແລະ ປະເທດອື່ນພ້ອມກັນສົມທົບບັນດາມາດຕະການເພື່ອສະກັດກັ້ນ, ຄວບຄຸມ ແລະ  “ລົບລ້າງ” ພະຍາດໝາກສຸກລີງ (mpox) ໃນຂອງເຂດທົ່ວໂລກ.

        ຕາມທ່ານ Hans Kluge ແລ້ວ, ເຖິງວ່າແມ່ນສາຍພັນໃໝ່ ຫຼື ເກົ່າກໍ່ຕາມ, ພະຍາດໝາກສຸກລີງຈະບໍ່ຄ້າຍຄືກັນກັບບັນດາສິ່ງທີ່ໂລກຕ້ອງຜ່ານຜ່າເມື່ອຮັບມືກັບພະຍາດໂຄວິດ - 19, ຍ້ອນບັນດາອົງການສາທາລະນະສຸກບັນດາປະເທດໄດ້ຮູ້ວິທີເພື່ອຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ - 19 ແລ້ວ. ສະນັ້ນ, ເຈົ້າໜ້າທີ່ທ່ານນີ້ຖືວ່າ, ເລື່ອງບັນດາປະເທດເລືອກເອົາວິທີຮ່ວມແຮງຮ່ວມໃຈສະກັດກັ້ນ ພະຍາດໝາກສຸກລີງໃນປະຈຸບັນ ແລະ ໃນຊຸມປີຈະມາເຖິງຈະແມ່ນສິ່ງທົດຊອບສຳລັບທັງ ເອີລົບ ເວົ້າສະເພາະ ແລະ ໂລກເວົ້າລວມກ່ຽວກັບກຳລັງຮັບມືກັບໂລກລະບາດ.

        ວັນທີ 15 ສິງຫາ, ອົງການສາທາລະນະສຸກ ຊູແອັດ ຢັ້ງຢືນວ່າ, ໄດ້ກວດພົບກໍລະນີທຳອິດຕິດສາຍພັນໃໝ່ “clade Ib” ກໍ່ໃຫ້ເກີດພະຍາດໝາກສຸກລີງຢູ່ປະເທດ ເອີລົບ ນີ້. ນີ້ແມ່ນກໍລະນີທຳອິດຢູ່ນອກ ອາຟະລິກາ ຕິດສາຍພັນໃໝ່ຂອງພະຍາດໝາກສຸກລີງ.

ຕອບກັບ

ຂ່າວ/ບົດ​ອື່ນ