WHO ຮຽກ​ຮ້ອງ​ໃຫ້​ບັ​ນ​ດາ​ປະ​ເທດຢຸດ​ຕິ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ເຂັມ​ທີ 3

(VOVWORLD) -ຕາມທ່ານ Tedros Adhanom Ghebreyesus ແລ້ວ, ເລື່ອງຢຸດຕິຊົ່ວຄາວນີ້ ເພື່ອແນໃສ່ຮັບປະກັນວ່າ ບັນດາປະເທດ ໃນໂລກ ຢ່າງໜ້ອຍສຸດແມ່ນ 10% ຈຳນວນປະຊາກອນໄດ້ຮັບການສັກວັກຊິນກັນໂຄວິດ - 19. 
WHO ຮຽກ​ຮ້ອງ​ໃຫ້​ບັ​ນ​ດາ​ປະ​ເທດຢຸດ​ຕິ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ເຂັມ​ທີ 3 - ảnh 1ພະນັກງານການແພດສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນ ຢູ່ອິນໂດເນເຊຍ (ພາບ: THX/TTXVN)

ວັນທີ 4 ສິງຫາ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO)  ໄດ້ຮຽກຮ້ອງໃຫ້ບັນດາປະເທດຢຸດຕິຊົ່ວຄາວການຜັນຂະຫຍາຍສັກວັກຊິນກັນໂຄວິດ - 19 ເຂັມທີ 3 ໃຫ້ແກ່ຜູ້ທີ່ໄດ້ຮັບການສັກວັກຊິນຄົບ2 ເຂັມແລ້ວ, ຢ່າງໜ້ອຍສຸດຈົນຮອດທ້າຍເດືອນກັນຍາຈະມາເຖິງ.

ຕາມທ່ານ Tedros Adhanom Ghebreyesus ແລ້ວ, ເລື່ອງຢຸດຕິຊົ່ວຄາວນີ້ ເພື່ອແນໃສ່ຮັບປະກັນວ່າ ບັນດາປະເທດ ໃນໂລກ ຢ່າງໜ້ອຍສຸດແມ່ນ 10% ຈຳນວນປະຊາກອນໄດ້ຮັບການສັກວັກຊິນກັນໂຄວິດ - 19. ຄຳຮຽກຮ້ອງຂອງບັນດາເຈົ້າໜ້າທີ່ WHO ໄດ້ຍົກອອກມາໃນສະພາບການບາງປະເທດ ໄດ້ເລີ່ມການຜັນຂະຫຍາຍສັນວັກຊິນກັນໂຄວິດ - 19 ເຂັມທີ 3 ໃຫ້ແກ່ຜູ້ໄດ້ຮັບການສັກວັກຊິນກັນໂຄວິດ - 19 ຄົບ 2 ເຂັມແລ້ວ, ຍ້ອນຮູ້ສຶກວິຕົກກັງວົນກ່ຽວກັບປະສິດທິຜົນຂອງ ວັກຊິນ ຕໍ່ໜ້າຄວາມສ່ຽງຈາກ ເຊື້ອໄວຣັດກາຍພັນ Delta.

ຕອບກັບ

ຂ່າວ/ບົດ​ອື່ນ