WHO ຮຽກຮ້ອງ​ໃຫ້​ໂລກ ​ແບ່ງ​ປັນ ວັກ​ຊີນ​ກັນ​ເຊ​ື້ອພະຍາດ​ໂຄວິດ - 19

(VOVWORLD) -        ວັກຊີນກັນເຊື້ອໄວຣັດ SARS – CoV – 2 ຕ້ອງໄດ້ຮັບຖືວ່າ ແມ່ນສິນຄ້າສາທາລະນະທົ່ວໂລກ. ຕາມອົງການອະນາໄມໂລກ (WHO) ແລ້ວ, ຕ້ອງໄດ້ຮັບປະກັນວ່າປະຊາຊົນທຸກຄົນລ້ວນແຕ່ໄດ້ເຂ້ົາເຖິງການສັກຢາວັກຊີນບໍ່ວ່າຈະເປັນຊະນິດໃດໆທີ່ພວມໄດ້ຮັບການຜະລິດຢ່າງຍຸຕິທໍາ.
WHO ຮຽກຮ້ອງ​ໃຫ້​ໂລກ ​ແບ່ງ​ປັນ ວັກ​ຊີນ​ກັນ​ເຊ​ື້ອພະຍາດ​ໂຄວິດ - 19 - ảnh 1 ວັກຊີນຢູ່ຫ້ອງທົດລອງ ຢູ່ Novavax, Gaithersburg, Maryland, ອາເມລິກາ (ພາບ: TTXVN)

   ກ່າວຄໍາເຫັນໃນການຖະແຫຼງຂ່າວທີ່ໄດ້ດໍາເນີນໃນວັນທີ 12 ມິຖຸນາ, ທ່ານ Adhanom Ghebreyesus ຜູ້ອໍານວຍການໃຫຍ່ WHO ຢັ້ງຢືນວ່າ ວັກຊິນທຸກຊະນິດລ້ວນແຕ່ໄດ້ຮັບຖືວ່າແມ່ນສິນຄ້າສາທາລະນະທົ່ວໂລກ ຕ້ອງໄດ້ຮັບການຊຸກຍູ້ ແລະ ວົງການການນໍາ ຕ້ອງຍົກອອກຄໍາໝັ້ນສັນຍາທາງການເມືອງ. ຖະແຫຼງການດັ່ງກ່າວຂອງ WHO ໄດ້ຍົກອອກມາໃນສະພາບການທີ່ນັບມື້ນັບມີຄວາມວິຕົກກັງວົນຫຼາຍຢ່າງທີ່ວ່າ ບາງປະເທດອາດຈະສະສົມ ວັນຊີນກັນເຊື້ອໄວຣັດ SARS – CoV – 2 ຫຼືຢາທີ່ນໍາໃຊ້ປິ່ນປົວເຊື້ອພະຍາດ ໂຄວິດ - 19, ອັນໄດ້ເຮັດໃຫ້ຫຼາຍປະເທດທຸກຍາກບໍ່ໄດ້ຊົມໃຊ້.

        ໄລ່ຮອດເວລາ 9 ໂມງເຊົ້າຂອງວັນທີ 13 ມິຖຸນາ (ຕາມເວລາ ຫວຽດນາມ), ຍອດຈໍານວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນທົ່ວໂລກແມ່ນ 7.732.485 ກໍລະນີ, ໃນນັ້ນມີ 428.236 ກໍລະນີເສຍຊີວິດ. ຈໍານວນຜູ້ຕິດເຊື້ອພະຍາດໄດ້ຮັບການປິ່ນປົວຫາຍດີແມ່ນ 3.956. 272 ກໍລະນີ.

ຕອບກັບ

ຂ່າວ/ບົດ​ອື່ນ