WHO: ເຊື້ອ​ໄວ​ຣັດ​ກາຍ​ພັນ Omicron ແຜ່​ລະ​ບາດ​ໄວ​ກວ່າ​ເຊື້ອ​ໄວ​ຣັດ​ກາຍພັນ Delta

(VOVWORLD) -ຜູ້ທີ່ຮັບການສັກວັກຊິນ ຫຼື ຫາຍດີພາຍຫຼັງຕິດເຊື້ອໂຄວິດ - 19 ແລ້ວ ກໍຍັງມີຄວາມສ່ຽງຕິດເຊື້ອໄວຣັດກາຍພັນ Omicron. 
WHO: ເຊື້ອ​ໄວ​ຣັດ​ກາຍ​ພັນ Omicron ແຜ່​ລະ​ບາດ​ໄວ​ກວ່າ​ເຊື້ອ​ໄວ​ຣັດ​ກາຍພັນ Delta - ảnh 1ບັນດາຫຼັກຖານທີ່ເກັບມາໄດ້ຊີ້ໃຫ້ເຫັນວ່າ ເຊື້ອໄວຣັດກາຍພັນ Omicron ແມ່ນລະບາດໄວກວ່າ ເຊື້ອໄວຣັດກາຍພັນ Delta (ພາບ: Jerome Delay/ Associated Press)

ຕາມເວັບໄຊສະຖິຕິ worldometer.info, ໄລ່ຮອດເວລາ 1 ໂມງຂອງວັນທີ 21 ທັນວາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດກວ່າ 275,7 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 5,76 ລ້ານຄົນ. ພາຍໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກກວ່າ 518.000 ຄົນ ແລະ ມີ 4.762 ຄົນເສຍຊີວິດ.

ວັນທີ 20 ທັນວາ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ (WHO) ຖະແຫຼງວ່າ ບັນດາຫຼັກຖານທີ່ເກັບມາໄດ້ຊີ້ໃຫ້ເຫັນວ່າ ເຊື້ອໄວຣັດກາຍພັນ Omicron ແມ່ນລະບາດໄວກວ່າ ເຊື້ອໄວຣັດກາຍພັນ Delta. ຜູ້ທີ່ຮັບການສັກວັກຊິນ ຫຼື ຫາຍດີພາຍຫຼັງຕິດເຊື້ອໂຄວິດ - 19 ແລ້ວ ກໍຍັງມີຄວາມສ່ຽງຕິດເຊື້ອໄວຣັດກາຍພັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ