WHO ເຊື່ອໝັ້ນວ່າສາມາດຄວບຄຸມໄວຣັດ SARS-CoV- 2 ນີ້ໄດ້

(VOVWORLD) -ໄລ່ຮອດວັນທີ 30 ກັນຍາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 33,8 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນກວ່າ 1 ລ້ານຄົນແລ້ວ.
WHO ເຊື່ອໝັ້ນວ່າສາມາດຄວບຄຸມໄວຣັດ SARS-CoV- 2 ນີ້ໄດ້ - ảnh 1(ພາບປະກອບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດວັນທີ 30 ກັນຍາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 33,8 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນກວ່າ 1 ລ້ານຄົນແລ້ວ.

          ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 7,36 ລ້ານຄົນ ແລະ ມີຜູ້ເສຍຊີວິດເກືອບ 210.000 ຄົນ. ຢືນອັນດັບທີ 2 ແມ່ນອິນເດຍ, ຖັດຈາກນັ້ນແມ່ນ ບຣາຊິນ ແລະ ລັດເຊຍ.

          ວັນທີ 29 ກັນຍາ, ໂຄສົກ WHO ທ່ານ Margaret Harris ຢືນຢັນວ່າ, ມີຜູ້ເສຍຊີວິດກວ່າ 1 ລ້ານຄົນຍ້ອນເຊື້ອພະຍາດໂຄວິດ-19 ແມ່ນ “ຂີດໝາຍທີ່ໜ້າໂສກເສົ້າ”. ເຖິງຢ່າງໃດກໍ່ຕາມ, ກໍ່ມີສັນຍານຕັ້ງໜ້າແມ່ນ ໄວຣັດ ໂຕນີ້ສາມາດສະກັດກັ້ນໄດ້, ຍ້ອນນີ້ບໍ່ແມ່ນພະຍາດໄຂ້ຫວັດ ແລະ ພວກເຮົາສາມາດຄວບຄຸມໄວຣັດ SARS-CoV- 2 ທີ່ກໍໃຫ້ເກີດໂລກລະບາດນີ້ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ