WHO ໃຫ້ຄຳໝັ້ນສັນຍາ ແລະ ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນພາລະກິດປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) - ທ່ານນາງ ດຣ Angela Pratt, ອອກຄຳກ່າວເຕືອນວ່າ ຫວຽດນາມ ຕ້ອງຮັກສາກຳລັງຄວາມສາມາດແຫ່ງຊາດ, ບັນດາຜົນງານທີ່ບັນລຸໄດ້
WHO ໃຫ້ຄຳໝັ້ນສັນຍາ ແລະ ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນພາລະກິດປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1ການສະໜອງຂໍ້ມູນຂ່າວທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19
(ພາບ: suckhoedoisong.vn)

        ຕອນບ່າຍວັນທີ 08 ພຶດສະພາ, ຢູ່ ຮ່າໂນ້ຍ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ສົມທົບກັບອົງການອະນາໄມໂລກ (WHO) ປະຈຳ ຫວຽດນາມ ສະໜອງຂໍ້ມູນຂ່າວທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ພາຍຫຼັງຄຳຖະແຫຼງຂອງ WHO ຕໍ່ເລື່ອງ ໂຄວິດ-19 ບໍ່ແມ່ນສະພາບສາທາລະນະສຸກສະພາວະສຸກເສີນທີ່ກໍ່ຄວາມວິຕົກກັງວົນຢູ່ທົ່ວໂລກອີກແລ້ວ.

        ຢູ່ທີ່ນີ້, ທ່ານນາງສາດສະດາຈານ Angela Pratt, ຫົວໜ້າອົງການ WHO ປະຈຳ ຫວຽດນາມ ຖະແຫຼງວ່າ ໂລກລະບາດໂຄວິດ-19 ບໍ່ແມ່ນສະພາບສາທາລະນະສຸກສະພາວະສຸກເສີນທີ່ກໍ່ຄວາມວິຕົກກັງວົນຢູ່ທົ່ວໂລກອີກແລ້ວ ແຕ່ກໍ່ບໍ່ໝາຍຄວາມວ່າ ໂລກລະບາດໂຄວິດ-19 ໄດ້ຢຸດຕິແລ້ວ. ທ່ານນາງ ດຣ Angela Pratt, ອອກຄຳກ່າວເຕືອນວ່າ ຫວຽດນາມ ຕ້ອງຮັກສາກຳລັງຄວາມສາມາດແຫ່ງຊາດ, ບັນດາຜົນງານທີ່ບັນລຸໄດ້ ແລະ ກະກຽມໃຫ້ບັນດາເຫດການທີ່ອາດຈະເກີດຂຶ້ນໃນອະນາຄົດ. ທ່ານນາງຢືນຢັນວ່າ, ຍາມໃດ WHO ກໍ່ຮ່ວມເດີນທາງ, ໃຫ້ຄຳໝັ້ນສັນຍາກັບກະຊວງສາທາລະນະສຸກ ຫວຽດນາມ ໃນພາລະກິດປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ ຫວຽດນາມ.

        ກໍ່ທີ່ກອງປະຊຸມຖະແຫຼງຂ່າວ, ກະຊວງສາທາລະນະສຸກ ຫວຽດນາມ ພວມຜັນຂະຫຍາຍ, ພິຈາລະນາບັນດາເນື້ອໃນແນະນຳການບົ່ງມະຕິ, ປິ່ນປົວພະຍາດໂຄວິດ-19; ສືບຕໍ່ຊີ້ນຳບັນດາຮາກຖານສາທາລະນະສຸກຢ່າງແໜ້ນແຟ້ນ, ພົບເຫັນບັນດາກໍລະນີຕິດໂລກລະບາດໂຄວິດ-19 ໂດຍໄວ.

        ຢູ່ ຫວຽດນາມ, ໄລ່ຮອດວັນທີ 08 ພຶດສະພາ, ຫວຽດນາມ ມີຜູ້ຕິດພະຍາດໂຄວິດ-19 ທັງໝົດ 11.577.938 ຄົນ, ຢືນອັນດັບທີ 13/231 ປະເທດ ແລະ ເຂດແຄ້ວນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 10.627.736 ຄົນ, ຈຳນວນຜູ້ເສຍຊີວິດໄລ່ມາຮອດປະຈຸບັນແມ່ນ 43.197 ຄົນ, ຢືນອັນດັບທີ 26/231 ປະເທດ ແລະ ເຂດແຄ້ວນ. ໄລ່ຮອດວັນທີ 07 ພຶດສະພາ, ປະຊາຊົນໄດ້ສັກວັກຊິນກັນໂຄວິດ-19 ທັງໝົດ 266.272.067 ເຂັມ.

ຕອບກັບ

ຂ່າວ/ບົດ​ອື່ນ