World Cup ຍິງ 2023: 2 ທິມເຈົ້າພາບຮ່ວມລ້ວນແຕ່ຍາດໄດ້ໄຊຊະນະໃນການແຂ່ງຂັນນັດທຳອິດ

(VOVWORLD) - ອົດສະຕາລີ ກ້າວເຂົ້າ World Cup ຍິງ 2023 ດ້ວຍເປົ້າໝາຍຍາດໄດ້ 3 ຄະແນນການນັດແຂ່ງຂັນທຳອິດໃນສາຍ B.
World Cup ຍິງ 2023: 2 ທິມເຈົ້າພາບຮ່ວມລ້ວນແຕ່ຍາດໄດ້ໄຊຊະນະໃນການແຂ່ງຂັນນັດທຳອິດ - ảnh 1ຮອດຕັ້ງທີ 2 ທິມບານເຕະຍິງ ອົດສະຕາລີ ໄດ້ຍິງເຂົ້າປະຕູຂອງທິມບານເຕະ ອຽກລັງ ໜຶ່ງໜ່ວຍ
(ພາບ: Getty)

        ວັນທີ 20 ກໍລະກົດ, ທິມບານເຕະຍິງຂອງປະເທດເຈົ້າພາບຮ່ວມຈັດງານແຂ່ງຂັນບານເຕະຍິງໂລກ 2023 (World Cup ຍິງ 2023) ອົດສະຕາລີ ຍາດໄດ້ໄຊຊະນະ 1-0 ຕໍ່ທິມບານເຕະຍິງ ອຽກລັງ. ອົດສະຕາລີ ກ້າວເຂົ້າ World Cup ຍິງ 2023 ດ້ວຍເປົ້າໝາຍຍາດໄດ້ 3 ຄະແນນການນັດແຂ່ງຂັນທຳອິດໃນສາຍ B. ພາຍຫຼັງຕັ້ງທີ 1 ຍັງບໍ່ມີປະຕູຍິງເຂົ້າ, ຮອດຕັ້ງທີ 2 ພາຍຫຼັງເວລາພັກພຽງ 5 ນາທີ, ທິມບານເຕະຍິງ ອົດສະຕາລີ ໄດ້ຍິງເຂົ້າປະຕູຂອງທິມບານເຕະ ອຽກລັງ ໜຶ່ງໜ່ວຍ.

        ວັນທີ 20 ກໍລະກົດ, ນິວຊີແລນ, ປະເທດເຈົ້າພາບຮ່ວມຈັດ World Cup ຍິງ 2023 ກໍ່ໄດ້ມີນັດແຂ່ງຂັນທີ່ປະສົບຜົນສຳເລັດ ເມື່ອໄດ້ຮັບໄຊຊະນະຕໍ່ທິມບານເຕະ ນອກແວ 1 ປະຕູຕໍ່ 0.

ຕອບກັບ

ຂ່າວ/ບົດ​ອື່ນ