World Cup ຍິງ 2023: ທິມ​ຊາດ​ບານ​ເຕະ​ຍິງ ຫວຽດ​ນາມ ແຂ່ງ​ຂັນ​ຢ່າງ​ອົງ​ອາດ​ກ້າ​ຫານ​ຕໍ່​ທິມ​ຊາດ​ບານ​ເຕະ​ຍິງ ອາ​ເມ​ລິ​ກາ

(VOVWORLD) - ບັນດານັກເຕະຍິງ ຫວຽດນາມ ຍັງສະແດງໃຫ້ເຫັນຈິດໃຈເຂັ້ມແຂງຂອງແມ່ຍິງ ຫວຽດນາມ ເມື່ອປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ.
World Cup ຍິງ 2023: ທິມ​ຊາດ​ບານ​ເຕະ​ຍິງ ຫວຽດ​ນາມ ແຂ່ງ​ຂັນ​ຢ່າງ​ອົງ​ອາດ​ກ້າ​ຫານ​ຕໍ່​ທິມ​ຊາດ​ບານ​ເຕະ​ຍິງ ອາ​ເມ​ລິ​ກາ - ảnh 1ທິມຊາດບານເຕະຍິງ ຫວຽດນາມ (ພາບ: VFF)

ເຖິງວ່າຕ້ອງແຂ່ງຂັນກັບທິມຊາດບານເຕະຍິງ ອາເມລິກາ ໃນນັດທຳອິດຢູ່ World Cup ຍິງ 2023 ແຕ່ບັນດານັກເຕະຍິງ ຫວຽດນາມ ຍັງສະແດງໃຫ້ເຫັນຈິດໃຈເຂັ້ມແຂງຂອງແມ່ຍິງ ຫວຽດນາມ ເມື່ອປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ.

ໃນນັດເຕະຢູ່ ສະໜາມກິລາ Eden Park ຂອງນະຄອນ Auckland, ປະເທດນິວຊີແລນ ໃນວັນທີ 22 ກໍລະກົດ, ທິມບານເຕະຍິງ ອາເມລິກາ ຍິງເຂົ້າ 3 ປະຕູ ໃນຂະນະນັ້ນ, ທິມບານເຕະຍິງ ຫວຽດນາມ ຍັງບໍ່ມີໂອກາດໃດເພື່ອຍິງເຂົ້າປະຕູຂອງທິມບານເຕະຍິງອາເມລິກາ. ສຸດທ້າຍ, ທິມບານເຕະຍິງອາເມລິກາ ຍາດໄດ້ໄຊຊະນະ 3 – 0 ຕໍ່ທິມບານເຕະຍິງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ