WTO ຫຼຸດລະດັບຄາດຄະເນການເຕີບໂຕດ້ານການຄ້າທົ່ວໂລກລົງໃນປີ 2019

(VOVWORLD) -ຄາດຄະເນວ່າການເຕີບໂຕວົງເງິນການຄ້າທົ່ວໂລກໃນປີ 2019 ຈະຕໍ່າກວ່າເມື່ອທຽບໃສ່ປີ 2018
WTO ຫຼຸດລະດັບຄາດຄະເນການເຕີບໂຕດ້ານການຄ້າທົ່ວໂລກລົງໃນປີ 2019  - ảnh 1ສໍານັກງານຂອງອົງການການຄ້າໂລກຢູ່ເຊີແນວ (ພາບ: THX/TTXVN)

ອົງການການຄ້າໂລກ (WTO) ຄາດຄະເນວ່າການເຕີບໂຕວົງເງິນການຄ້າທົ່ວໂລກໃນປີ 2019 ຈະຕໍ່າກວ່າເມື່ອທຽບໃສ່ປີ 2018, ຍ້ອນຂາດສະຖຽນລະພາບທາງດ້ານເສດຖະກິດ ແລະ ຄວາມເຄັ່ງຕຶງດ້ານການຄ້າພວມເພີ່ມຂຶ້ນ. ໃນບົດລາຍງານກ່ຽວກັບການຄາດຄະເນປະຈໍາປີ ທີ່ໄດ້ປະກາດໃນວັນທີ 02 ເມສາ, ອົງການ WTO ຄາດວ່່າ ວົງເງິນການຄ້າທົ່ວໂລກໃນປີ 2019 ຈະເພີ່ມຂຶ້ນ 2,6%, ຕໍ່າກວ່າເມື່ອທຽບໃສ່ລະດັບເຕີີບໂຕ 3% ໃນປີ 2018 ແລະ ຢູ່ລະດັບຕໍ່າກວ່າການຄາດຄະເນ 3,7% ທີ່ໄດ້ຍົກອອກມາກ່ອນໜ້ານັ້ນ. ໃນໄຕມາດ IV ປີ 2018, ວົງເງິນການຄ້າໂລກຫຼຸດລົງ 0,3%.

        WTO ໃຫ້ຂໍ້ສັງເກດວ່າ ການແລກປ່ຽນການຄ້າຖືກກົດດັນ ຈາກນະໂຍບາຍຈັດວາງອັດຕາພາສີເພີ່ມເຕີມ ພ້ອມກັບບັນດາມາດຕະການໂຕ້ຕອບ, ລະດັບເຕີບໂຕເສດຖະກິດອ່ອນດ້ອຍ, ຕະຫຼາດການເງິນມີການເໜັງຕີງໄດ້ຢ່າງງ່າຍດາຍ ແລະ ນະໂຍບາຍເງິນຕາຢູ່ບັນດາປະເທດພັດທະນານັບມື້ນັບຮັດແໜ້ນ.


ຕອບກັບ

ຂ່າວ/ບົດ​ອື່ນ