WTO ຮຽກຮ້ອງໃຫ້ບັນດາລັດຖະມົນຕີກະຊວງການຄ້າບັນລຸໄດ້ຂໍ້ຕົກລົງທີ່ກອງປະຊຸມ MC12

(VOVWORLD) - ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວກ່ອນພິທີໄຂກອງປະຊຸມ MC12 ພຽງ 2 – 3 ຊົ່ວໂມງ, ທ່ານນາງ Okonjo – Iweala ຮັບຮູ້ວ່າ, ເສັ້ນທາງເພື່ອບັນລຸໄດ້ຂໍ້ຕົກລົງຈະບໍ່ງ່າຍດາຍ, ຫາກຍັງຈະປະສົບກັບຄວາມຫຍຸ້ງຍາກທີ່ສຸດ.
WTO ຮຽກຮ້ອງໃຫ້ບັນດາລັດຖະມົນຕີກະຊວງການຄ້າບັນລຸໄດ້ຂໍ້ຕົກລົງທີ່ກອງປະຊຸມ MC12 - ảnh 1ທ່ານນາງ Ngozi Okonjo – Iweala, ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (ພາບ: Reuters)

ວັນທີ 12 ມິຖຸນາ, ທ່ານນາງ Ngozi Okonjo – Iweala, ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (WTO) ໄດ້ຮຽກຮ້ອງໃຫ້ລັດຖະມົນຕີກະຊວງການຄ້າບັນດາປະເທດ ຄວນມານະພະຍາຍາມໃນຊຸມວັນຈະມາເຖິງ ເພື່ອບັນລຸໄດ້ຂໍ້ຕົກລົງທີ່ກອງປະຊຸມຂັ້ນລັດຖະມົນຕີຄັ້ງທີ 12 (MC12) ເຊິ່ງໄດ້ຈັດຕັ້ງຢູ່ນະຄອນເຊີນແນວ, ປະເທດສະວິດ.

        ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວກ່ອນພິທີໄຂກອງປະຊຸມ MC12 ພຽງ 2 – 3 ຊົ່ວໂມງ, ທ່ານນາງ Okonjo – Iweala ຮັບຮູ້ວ່າ, ເສັ້ນທາງເພື່ອບັນລຸໄດ້ຂໍ້ຕົກລົງຈະບໍ່ງ່າຍດາຍ, ຫາກຍັງຈະປະສົບກັບຄວາມຫຍຸ້ງຍາກທີ່ສຸດ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານນາງໄດ້ສະແດງ “ຄວາມປະເອີບໃຈທີ່ລະມັດລະວັງ” ກ່ຽວກັບຄວາມສາມາດບັນລຸໄດ້ຂໍ້ຕົກລົງສະບັບໜຶ່ງ ຫຼື ສອງສະບັບກ່ຽວກັບບາງບັນຫາຮີບດ່ວນ, ຈາກການຈັບຫາສິນໃນນ້ຳ, ສິນທະເລເກີນຂອບເຂດຕະຫຼອດຮອດການຮັບມືກັບໂລກລະບາດ ໂຄວິດ - 19 ຍັງຄົງເກີດຂຶ້ນ ແລະ ບາງວິກິດການອຶດຫິວທຸກຍາກໃນທົ່ວໂລກ.

        ຄາດວ່າ, ໂຄງການດຳເນີນງານສຳຄັນຂອງກອງປະຊຸມ MC12 ທີ່ແກ່ຍາວເປັນເວລາ 4 ມື້ຈະສຸມໃສ່ປຶກສາຫາລືກ່ຽວກັບຜົນສະທ້ອນຂອງການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ຕໍ່ການຄ້ຳປະກັນສະບຽນອາຫານ.

ຕອບກັບ

ຂ່າວ/ບົດ​ອື່ນ