WTO:ຈຳນວນຜູ້ເສຍຊີວິດຍ້ອນEbolaຂຶ້ນເຖິງ1.350ຄົນ

WTO:ຈຳນວນຜູ້ເສຍຊີວິດຍ້ອນEbolaຂຶ້ນເຖິງ1.350ຄົນ - ảnh 1
ພາບປະກອບ

(vovworld) – ​ໃນ​ບົດ​ລາຍ​ງານ​ຫຼ້າ​ສຸ​​ດປະກາດ​ໃນ​ວັນ​ທີ 20/8, ອົງການ​ອະນາ​ໄມ​ໂລກ (WHO)​ ​ໃຫ້​ຮູ້​ວ່າ: ນັບ​ແຕ່​​ຕົ້ນ​​ເດືອນ 3 ຜ່ານ​ມາ, ​ໂລກໄຂ້ຍ້ອນ​ໄວຣັດ Ebola ​ໄດ້​ເຮັດ​ໃຫ້ຢ່າງ​ໜ້ອຍ​ສຸດ 1.350 ຄົນ​ເສຍ​ຊີວິດ, ສ່ວນ​ຫຼາຍ​ແມ່ນ​ຢູ່ ອາບຟຣີກາ​ ຕ​າ​ເວັນ​ຕົກ. ​ໃນ​ວັນ​ທີ 17 ​ແລະ 18/8, ມີ 106 ກໍລະນີ​ເສຍ​ຊີວິດ​ຢູ່ Guinean, Liberia ​ແລະ Sierra Leone. ​ກໍ່​​ໃນ​ໄລຍະ​ນີ້, ມີ 221 ກໍລະນີ​ຕິດ​ແປດ ​ແລະ ສົ່ງ​ໃສ​ຕິດ​ໃໝ່​ຢູ່ 3 ປະ​ເທດ​ດັ່ງກ່າວ. ​ເຖິງ​ວ່າ​ໂລກລະບາດ Ebola ຍັງ​ບໍ່​ທັນ​ມີ​ສັນຍານ​ຫລຸດ​ລົງ ​ແລະ ສືບ​ຕໍ່​ສົ່ງ​ຜົນ​ສະທ້ອນ​ໜັກ​ໜ່ວງ​ຢູ່​ບັນດາ​ປະ​ເທດ ອາບຟຣີກາ ຕາ​ເວັນ​ຕົກກໍ່ຕາມ, ​ແຕ່​ອົງການ WHO ກໍ່​ຮັບ​ຮູ້ “ບັນດາ​ສັນຍາ​ທີ່​ໜ້າ​ຊື່​ນຊົມ” ຢູ່ Nigria ​ແລະ Guinean, ບ່ອນ​ທີ່​ບັນດາ​ມາດ​ຕະການ​ປ້ອງ​ກັນ ກໍ່​ຄື​ຄວາມ​ມານ​ະພະຍາຍາມ​ຊອກ​ຫາ​ບັນດາ​ວິທີ​ຕິດ​ແປດ​​ເລີ່​ມ​​ເສີມ​ຂະຫຍາຍ​ຜົນ​ປະ​ໂຫຍ​ດ. ທູດ​ພິ​ເສດ​ຂອງ ສປຊ ກ່ຽວ​ກັບ Ebola, ນັກຟີ​ຊິກ​ສາດ​ຊາວ ອັງກິດ ທ່ານ David Nabarro ກໍ່​ໄດ້​ໄປ​ຍັງ ອາບຟຣີກາ ຕາ​ເວັນ​ຕົກ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ບັນດາ​ບໍລິການ​ການ​ແພດ​ຢູ່ 4 ປະ​ເທດ ທີ່ມີ​ຜູ້​ຕິດ​ແປດ​ໄວຣັດອັນຕະລາຍ​ນີ້.


ຂ່າວ/ບົດ​ອື່ນ