Yagi ແມ່ນ ພາ​ຍຸ​ ​ໃນ​ລະ​ດູ​ໃບ​ໄມ້ຫຼົ່ນທີ່ແຮງ​ທີ່​ສຸດ​ໃນຮອບ 75 ປີ​ຜ່ານ​ມາ​ຢູ່​ຈີນ

(VOVWORLD) -  ກົມອຸຕຸນິຍົມ ຈີນ ໄດ້ຢັ້ງຢືນພາຍຸ Yagi ແມ່ນພາຍຸຍາມລະດູໃບໄມ້ຫຼົ່ນແຮງທີ່ສຸດ ທີ່ພັດເຂົ້າປະເທດນີ້ ນັບແຕ່ປີ 1949. 
Yagi ແມ່ນ ພາ​ຍຸ​ ​ໃນ​ລະ​ດູ​ໃບ​ໄມ້ຫຼົ່ນທີ່ແຮງ​ທີ່​ສຸດ​ໃນຮອບ 75 ປີ​ຜ່ານ​ມາ​ຢູ່​ຈີນ - ảnh 1ພາບປະກອບ: THX/TTXVN

ວັນທີ 8 ກັນຍາ, ກົມອຸຕຸນິຍົມ ຈີນ ໄດ້ຢັ້ງຢືນພາຍຸ Yagi ແມ່ນພາຍຸຍາມລະດູໃບໄມ້ຫຼົ່ນແຮງທີ່ສຸດ ທີ່ພັດເຂົ້າປະເທດນີ້ ນັບແຕ່ປີ 1949. ພາຍຸ Yagi ແມ່ນພາຍຸຫົວທີ 11 ທີ່ພັດເຂົ້າຈີນໃນປີນີ້ ເຊິ່ງຮັກສາກຳລັງແຮງລົມຢູ່ລະດັບສູງໃນຕະຫຼອດໄລຍະ 64 ຊົ່ວໂມງ ໂດຍໄດ້ກໍ່ຜົນເສຍຫາຍຢ່າງຮ້າຍແຮງຕໍ່ຫຼາຍເຂດພາກຂອງປະເທດນີ້ໃນຊຸມວັນຜ່ານມາ.

ບັນດານັກຊ່ຽວຊານ ໄດ້ອະທິບາຍວ່າ ການປະສົມປະສານຂອງຫຼາຍປັດໄຈທີ່ຫາພົບໄດ້ຍາກ ໄດ້ເພີ່ມກຳລັງແຮງຂອງພາຍຸ Yagi ລວມມີ: ລົມມໍລະສຸມມີການເຄື່ອນໄຫວຢ່າງແຮງຢູ່ທະເລຕາເວັນອອກ, ຄວາມຊຸ່ມສູງຈາກພາຍຸເຂດຮ້ອນ ພ້ອມກັບເງື່ອນໄຂຊັ້ນບັນຍາກາດທີ່ອຳນວຍໃຫ້ແກ່ການກໍ່ຕົວຂອງພາຍຸ.

ຢູ່ ຫວຽດນາມ, ພາຍຸ Yagi ໄດ້ເອີ້ນວ່າ ພາຍຸເລກທີ 3 ໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດອິນຊີ ແລະ ຊັບສິນ ພາຍຫຼັງພັດເຂົ້າຫຼາຍທ້ອງຖິ່ນຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ