Yemenເປີດບັ້ນຮົບຂະໜາດໃຫຍ່ຕ້ານພວກກະບົດHouthi

Yemenເປີດບັ້ນຮົບຂະໜາດໃຫຍ່ຕ້ານພວກກະບົດHouthi - ảnh 1
(ພາບປະກອບ)

(vovworld) – ດ້ວຍ​ການ​​ຊ່ວຍໜູນຂອງ​ທະຫານ​ປະສົມ​ໂດຍ ຊາ​ອຸ​ດີ ອາຣາ​ເບຍ ນຳ​ໜ້າ, ວັນ​ທີ 13/09, ກຳລັງ Yemen ​ໄດ້​ເປ​ີດບັ້ນ​ຮົບ​​ຂະໜາດ​ໃຫຍ່​ຕ້ານ​ພວກ​ກະບົດ Houthi ຢູ່​ແຂວງ Marib, ທາງ​ພາກ​ກາງ​ປະ​ເທດ​ນີ້. ບັ້ນ​ຮົບ​ທາງ​ບົກ​ມີ​ຊື່ວ່າ “ບັ້ນ​ຮົບ​ຕັດສິນ​ຊີ້​ຂາດ” ​ເພື່ອ​ແນ​ໃສ່​​ຍູ້ກຸ່ມ Houthi ​ໃຫ້ຖອຍອອກຈາກ​ແຂວງ Marib, ​ເຊິ່ງ​ເປັນ​ທ້ອງ​ຖີ່ນຜະລິດ​ນຳ​ມັນ​ສຳຄັນ​ທີ່​ສຸດ​ຂອງ Yemen, ຈາກ​ນັ້ນ​ສ້າງ​ທ່າ​ແຮງ​ເພື່ອ​ບຸກ​ໂຈມ​ຕີ​ນະຄອນ Sanna. ກຳລັງ​ທະຫານ​ປະສົມ​ພາ​ກພື້ນ​ຕ້ານ Houthi ໂດຍ ຊາ​ອຸ​ດີ ອາຣາ​ເບຍ ນຳ​ໜ້າ ​ເລີ່​ມ​ດຳ​ເນີນ​ບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ນັບ​ແຕ່​ເດືອ​ນ 03 ​ແລະ ບັນດາ​ບັ້ນ​ຮົບທາງ​ບົດ​ແຕ່​ເດືອນ 07/2015. ປະຈຸ​ບັນ, ທະຫານ​ປະສົມ ​​ໄດ້​ຢືດ​ເອົາ 5 ​ແຂວງ​ທາງ​ພາກ​ໃຕ້ຄືນ​ໃໝ່, ​ໃນ​ນັ້ນ​ມີ​ນະຄອນ​ທ່າ​ກຳ​ປັ່ນ​ສຳຄັນ Aden.

ຂ່າວ/ບົດ​ອື່ນ