ກຸ້ງຫວຽດນາມ ທີ່ສົ່ງອອກໄປອາເມລິກາ ໄດ້ຮັບການຢັ້ງຢືນ ບໍ່ຂາຍບຸບລາຄາ

ກຸ້ງຫວຽດນາມ ທີ່ສົ່ງອອກໄປອາເມລິກາ ໄດ້ຮັບການຢັ້ງຢືນ ບໍ່ຂາຍບຸບລາຄາ - ảnh 1
ປີ 2012 ອາເມລິກາແມ່ນຕະຫຼາດສົ່ງອອກກຸ້ງໃຫຍ່ອັນດັບ 2 ຂອງຫວຽດນາມ ຖັດຈາກຍີປຸ່ນ (ພາບ: internet)

Vovworld- ສະຫະ​ສະມາຄົມ​ປຸ່ງ​ແຕ່ງ ​ແລະ ສົ່ງອອກ​ສິນ​ໃນ​ນ້ຳ​ຫວຽດນາມ Vasep ​ໃຫ້​ຮູ້​ວ່າ ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ DOC ຫາ​ກໍ​ອອກ​ຂໍ້​ຕົກລົງ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ອັດຕາ​ພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາ​ສຳລັບ​ກຸ້ງ​ຫວຽດນາມ​ທີ່​ນຳເຂົ້າ​ອາ​ເມ​ລິ​ກາ ​ແມ່ນ 0%. ນີ້​​ເປັນຄັ້ງ​ທຳ​ອິດ​ທີ່ ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ຮັບ​ຮູ້​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ບໍ່​ຂາຍ​ບຸບ​ລາຄາ. ທ່ານ ​ເຈີ​ນຖ້ຽນຫາຍ ປະທານ ສະຫະ​ສະມາຄົມ​ປຸ່ງ​ແຕ່ງ ​ແລະ ສົ​່ງອອກ​ສິນ​ໃນ​ນ້ຳ​ຫວຽດນາມ Vasep ​ໃຫ້​ຮູ້​ວ່າ : (​ເທບ)

   “ ​ແຕ່ລະ​ປີ, ອາ​ເມ​ລິ​ກາ​ລ້ວນ​ແຕ່​ພິຈາລະນາ​ລະບຽບການ​ດ້ານ​ການ​ເງິນ. ປີ​ນີ້​ແມ່ນ​ປີ​ທີ 7 ຂອງ​ກໍ​ລະ​ນີຮ້ອງ​ຟ້ອງ. ​ເຂົາ​ເຈົ້າ​ໄດ້​ພິຈາລະນາ​ວ່າ ວິ​ສາ​ຫະກິດ 2 ​ແຫ່ງ​ຂອງ​ພວກ​ເຮົາ​ບໍ່​ຂາຍ​ກຸ້ງບຸບ​ລາຄາ. ນັ້ນ​ແມ່ນ​ຂໍ້​ຕົກລົງ​ໂດຍ​ຊົ່ວຄາວ​ເທົ່າ​ນັ້ນ, ນີ້​ແມ່ນ​ອັດຕາ​ພາສີ​ໂດຍ​ຄິດ​ໄລ​ຊົ່ວ​ຄາວ, ຫຼັງ​ຈາກ​ນັ້ນ, ​ເຂົາ​ເຈົ້າ​ຈະ​ມາ​ຫວຽດນາມ​ພິຈາລະນາ​ສຳ​ເນົາ​ເອກະສານ​ຄືນ​ໃໝ່. ຮອດ​ເດືອນ 7 , ​ເຂົາ​ເຈົ້າ​ຈຶ່ງ​ອອກ​ຂໍ້​ຕົກລົງ​ກ່ຽວ​ກັບ​ອັດຕາ​ພາສີ​ສຸດ​ທ້າຍ ” 

ຂ່າວ/ບົດ​ອື່ນ