ກຸ້ງຫວຽດນາມສົ່ງອອກ ໄປອາເມລິກາຕ້ອງ ເສຍພາສີ 2 ປະເພດ

ກຸ້ງຫວຽດນາມສົ່ງອອກ ໄປອາເມລິກາຕ້ອງ ເສຍພາສີ 2 ປະເພດ - ảnh 1

(ພາບປະກອບ: vietnamplus.vn)

(vovworld)- ວັນ​ທີ 31/5, ສະ​ຫະສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳຫວຽດນາມ ​ໄດ້​ອອກ​ແຈ້ງ​ການ​ໜັງສືພິມ​ຄັດຄ້ານ​ໝາກຜົນ​ໃນ​ເບື້ອງ​ຕົ້ນ​ກໍລະນີຟ້ອງ​ຮ້ອງ​ຕ້ານ​ການ​ຊ່ວຍໜູນ​​ສຳລັບ​ກຸ້ງ​ແຊ​ເຢັນ​ຫວຽດນາມ ຢູ່ຕະຫຼາດ​ອາ​ເມ​ລິ​ກາ. ກ່ອນ​ໜ້ານນັ້ນ, ວັນ​ທີ 29/5, ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ (DOC) ​ໄດ້​ປະ​ກາດ​ຄຳ​ຕັດ​ສີນ​ໃນ​ເບື້ອງ​ຕົ້ນການຈັດ​ວາງ​ພາສີ​ຕ້ານ​ການ​​ຊ່ວຍໜູນ​ສຳລັບ​ກຸ້ງ​ນຳ​ເຂົ້າຈາກ​ຫວຽດນາມ. ຕາມ​ນັ້ນ​ແລ້ວ, ລະດັບ​ອັດຕາ​ພາສີ​​ນຳ​ໃຊ້​ໃຫ້​ບໍລິ​ສັດສົ່ງ​ອອກກຸ້ງ​ໄປ​ອາ​ເມ​ລິ​ກາ​ທັງ​ໝົດ​ແມ່ນ 6,07%. ​ເປັນ​ອັນວ່າ, ນອກ​ຈາກ​ພາສີ​ຕ້ານ​ການ​ຂາຍ​ບຸບ​ລາຄາ ​ໂດຍກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ (DOC) ຈັດ​ວາ​ງ​ໃຫ້​ກຸ້ງ​ຫວຽດນາມ ກ່ອນ​ນີ້​ແລ້ວ, ປະຈຸ​ບັນ, ກຸ້ງ​ຫວຽດນາມ ສົ່ງ​ອອກ​ໄປ​ຕະຫຼາດ​ອາ​ເມ​ລິ​ກາ ຕ້ອງ​ເສຍ​ພາສີ​ອີກ​ປະ​ເພດ​ໜຶ່ງ​ທີ່​ໄຮ້​ເຫດຜົນ: ນັ້ນ​ແມ່ນ​ພາສີ​ຕ້ານ​ການ​​ຊ່ວຍໜູນ. ​ເມື່ອ​ແລກປ່ຽນ​ກັບ​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ທ່ານ​ເຈືອງ​ດິງ​ແຮ່​ວ ​ເລຂາທິການສະ​ຫະສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳຫວຽດນາມ ​ໃຫ້ຮູ້ວ່າ: ພາຍຫຼັງມີ​ຄຳ​ຕັດສິນ​ໃນ​ເບື້ອງ​ຕົ້ນນີ້, ກຸ້ງ​ແຊ​ເຢັນ​ສົ່ງ​ອອກ​ຂອງ​ຫວຽດນາມ ​ໄປ​ອາ​ເມ​ລິ​ກາ ຕ້ອງ​ເສຍ​ບ້ວງເງິນໜຶ່ງຕາມ​ລະດັບ​ພາສີ​ຕ້ານ​ການ​ຊ່ວຍ​ໜູນ​ທີ່​ຫາ​ກໍ່​ຍົກ​ອອກ​ມາ ​ເພື່ອ​ລໍຖ້າ​ການ​ຕັດສິນ​ສຸດ​ທ້າຍ​ຂອງກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ (DOC) ຊື່​ງຄາດວ່າຈະ​ຍົກ​ອອກ​ມາ​ໃນ​ເດືອນ 9/2013. ທ່ານ​ເຈືອງ​ດິ​ງ​ແຮ່​ວ  ​ເລຂາທິການສະ​ຫະສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳຫວຽດນາມ ​ເນັ້ນນັກ​ວ່າ:

  “ບັນ​ດາ​ວິ​ສາ​ຫະກິດ ​ແລະ ສະ​ຫະສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳຫວຽດນາມ ຮຽກຣ້ອງ​ໃຫ້ກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ຕ້ອງພິຈາລະ​ນະ​ໂດຍ​ພາວະ​ວິ​ໄສ​ກ່ວາ​ອີກ. ​ໃນ​ກາງ​ເດືອນ 6/2013, ຄະນະ​ຜູ້​ແທນ​ຂອງກະຊວງ​ການ​ຄ້າ​ອາ​ເມ​ລິ​ກາ ​ຈະ​ເດີນ​ທາງ​ມາ​ຫວຽດນາມ ​ເພື່ອ​ກວດກາ​ກັບ​ທີ່​ຢູ່​ບັນດາ​ວິ​ສາ​ຫະກິດ​ຖືກຟ້ອງຮ້ອງ ​ແລະ ຈະ​ເຮັດວຽກ​ກັບ​ບັນດາ​ອົງການ​ລັດຖະບານ​ກ່ຽວ​ກັບ​ບັນດາ​ບັນຫາ​ກ່ຽວຂ້ອງ, ​ເຂົາ​ເຈົ້າຈະ​ຄິດ​ໄລ່, ບົນ​ພື້ນຖານ​ນັ້ນຈະ​ອອກ​ຄຳ​ຕັດສິນ​ສຸດ​ທ້າຍ​ໃນ​ປະມານ​ທ້າຍ​ເດືອນ 8- ​ເດືອນ 9/2013. ຖ້າ​ຫາກ​ວ່າ​ເຂົາ​ເຈົ້າຖື​ວ່າ ກຸ້ງ​ຫວຽດ​ນາມ ບໍ່​ຕ້ອງ​ຖືກ​ຈັດ​ວາງ​ພາສີ​ຕ້ານ​ການ​ຊ່ວຍໜູນ​, ກໍລະ​ນີຟ້ອງຮ້ອງຈະ​ຢຸດ​ຢູ່​ທີ່​ນັ້ນ”.

ຂ່າວ/ບົດ​ອື່ນ