ກູຍບາ ກ່າວຟ້ອງ ອາເມລິກາ ສືບຕໍ່ໜູນຊ່ວຍບັນດາການ ເຄື່ອນໄຫວມ້າງເພທຳລາຍ

ກູຍບາ ກ່າວຟ້ອງ ອາເມລິກາ ສືບຕໍ່ໜູນຊ່ວຍບັນດາການ ເຄື່ອນໄຫວມ້າງເພທຳລາຍ - ảnh 1
ລັດຖະບານ ອາ​ເມ​ລິ​ກາ ສືບ​ຕໍ່​ໜູນ​ຊ່ວຍ​ເງິນຈຳນວນ​ 20 ລ້ານ USD ​​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ມ້າງ​ເພທຳລາຍ ກູຍບາ

(vovworld) – ວັນ​ທີ 25/6, ໜັງສືພິມ Granma, ສຽງ​ຂອງ​ພັກກອມ​ມູນິດ ກູ​ຍບາ ​ໄດ້​ກ່າວ​ຟ້ອງ ລັດຖະບານ ອາ​ເມ​ລິ​ກາ ສືບ​ຕໍ່​ໜູນ​ຊ່ວຍ​ເງິນຈຳນວນ​ 20 ລ້ານ USD ​ໃນປີ​ງົບປະມານ 2012 ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ມ້າງ​ເພທຳລາຍ ກູຍບາ​ ຜ່ານ​ບັນດາ​ອົງການ​ຂຶ້ນ​ກັບ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ເຊິ່ງລວມມີ: ຫ້ອງການ ອາ​ເມ​ລິ​ກາ ລາ​ຕີນ ​ແລະ ກາຣີ​ເບ (ຫຼື LAC) ຂອງ ອົງການ​ພັດທະນາ​ສາກົນ ອາ​ເມ​ລິ​ກາ (ຫຼື USAID), ຫ້ອງ​ການ​ປະຊາທິປະ​ໄຕ, ສິດທິ​ມະນຸດ ​ແລະ ​ແຮງ​ງານ (ຫຼື DRL) ​ແລະ ຫ້ອງ​ວ່າການ​ບັນດາ​ບັນຫາທາງ​ທິດຕາ​ເວັນ​ຕົກ​ຂອງ​ເຄິ່ງໜ່ວຍ​ໂລກ​​ (ຫຼື WHA). ຕາມໜັງສືພິມ Granma ​ແລ້ວ, ຈຸດປະສົງ​ຂອງ​​ແຜນການ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ສາມາດ​ນຳ​ໃຊ້ເຕັກ​ໂນ​ໂລ​ຢີ​ໃຫ້​ບັນດາ​ເປົ້າ​ໝາຍ​ສະໜັບສະໜູນ​ນະ​ໂຍບາຍ “ປ່ຽນ​ແປງ​ລະບອບ”, ກໍ​ຄື​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​​ບັນດາ​ກຸ່ມ​ນີ້​ນຳ​ໃຊ້ການ​ບໍລິການ ອີນ​ເຕີ​ເນັດ ​ແລະ ບັນດາ ​ເຄື່ອງ​ມື​ອື່ນ​ໆ ​ເພື່ອ​ໂຄສະນາ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວ​ສານທີ່​ເສກ​ສັນ​ປັ້ນ​ແຕ່ງ​ຕ້ານ ກູ​ຍບາ.

​ຕາມໜັງສືພິມ Granma ຢືນຢັນ​ວ່າ: ​ໃນ​ຫຼາຍ​ປີ​ມາ​ນີ້, ອຳນາດ​ການ​ປົກຄອງ​ສະ​ໄໝ​ຕ່າງໆຢູ່ ອາ​ເມ​ລິ​ກາ ຍັງ​ນຳ​ໃຊ້​ບັນດາ​ໂຄງການມ້າງ​​ເພທຳລາຍ ​ດ້ານ​ການ​ເມືອງ ​ແລະ ​ແນວ​ຄິດ​ຄື ​​ເປັນເຄື່ອງມື​ໜຶ່ງ​ທີ່ຂາດ​ບໍ່ໄດ້​​ໃນ​ນະ​ໂຍບາຍ​ຂອງ ອາ​ເມ​ລິ​ກາ ທີ່​ມີຕໍ່ ກູ​ຍບາ ​ແລະ ປະຈຸ​ບັນ, ບັນດາ​ໂຄງກາ​ນນີ້​ສືບ​ຕໍ່​​ໄດ້​ຮັບ​ການ​ຍູ້​ແຮງ​​ໃນ​ສະພາບ​ການ​ທີ່ຍຸດ​ທະ​ສາດ​ເຮັດ​ໃຫ້ La Habana ຕົກ​ຢູ່​ໂດດ​ດ່ຽວ ກ່ຽວ​ກັບ​ດ້ານ​ການ​ເມືອງ ​ແລະ ພົວພັນ​ຕ່າງປະ​ເທດ​ ​ເຊິ່ງ ວໍ​ຊິງ​ຕັນ ນຳ​ໃຊ້ນັ້ນ ພວມ​ຢືນ​ຢູ່​ຕໍ່ໜ້າ​ຄວາມ​ປະລາ​ໄຊ​ຢ່າງ​ແນ່ນອນ.

ຂ່າວ/ບົດ​ອື່ນ