ກຸຍບາ ຖະແຫຼງໄວ້ທຸກລະດັບຊາດອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

(VOVWORLD) - ວັນທີ 19 ກໍລະກົດ, ທ່ານປະທານ ກຸຍບາ Miguel Díaz-Canel ຖະແຫງໄວ້ທຸກລະດັບຊາດອາໄລຫາທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ.
ກຸຍບາ ຖະແຫຼງໄວ້ທຸກລະດັບຊາດອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ảnh 1ສະພາແຫ່ງຊາດ ກຸຍບາ ໄດ້ສະຫງວນເວລາໜຶ່ງນາທີໃນກອງປະຊຸມປະຈຳເດືອນ ເພື່ອອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ
(ພາບ: ສະຖານທູດ ກຸຍບາ)

        ຕາມແຈ້ງການທີ່ລົງພິມໃນໜັງສືພິມປະຈຳວັນ Granma, ອົງການກະບອກສຽງຂອງພັກກອມມູນິດ ກຸຍບາ ແລ້ວ, ກຸຍບາ ຈະຈັດພິທີໄວ້ທຸກລະດັບຊາດເພື່ອອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ນັບແຕ່ເວລາ 6 ໂມງຂອງວັນທີ 20 ກໍລະກົດ (ຕາມເວລາທ້ອງຖິ່ນ) ຮອດເວລາ 24 ໂມງຂອງວັນທີ 21 ກໍລະກົດ, ໃນຂະນະທີ່, ພິທີໄວ້ທຸກລະດັບຊາດຈະຈັດຂຶ້ນໃນຕະຫຼອດວັນທີ 22 ກໍລະກົດ. ໃນເວລາຈັດພິທີໄວ້ທຸກລະດັບຊາດ, ບັນດາສຳນັກງານລັດ ແລະ ທະຫານໃນທົ່ວປະເທດ ກຸຍບາ ຈະລົດທຸງລົງເຄິ່ງເສົາ, ບໍ່ຈັດບັນດາການເຄື່ອນໄຫວລະຫຼິ້ນ, ບັນເທິງສາທາລະນະ.

        ທ່ານປະທານ ກຸຍບາ Miguel Díaz-Canel ສະແດງຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຜູ້ທີ່ທ່ານກໍ່ຖືວ່າແມ່ນເພື່ອນສະຫາຍທີ່ຮັກແພງ ແລະ ແມ່ນເພື່ອນຜູ້ສຸດຈິດສຸດໃຈຂອງ ກຸຍບາ. ທ່ານປະທານ ກຸຍບາ ກໍ່ສົ່ງຄຳແບ່ງເບົ່າຄວາມເສົ້າສະຫຼົດໃຈມາຍັງປະຊາຊົນ ຫວຽດນາມ ອ້າຍນ້ອງ, ຄອບຄົວ ແລະ ຍາດຕິພີ່ນ້ອງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

        ແລະກໍ່ໃນວັນທີ 19 ກໍລະກົດ, ສະພາແຫ່ງຊາດ ກຸຍບາ ໄດ້ສະຫງວນເວລາໜຶ່ງນາທີໃນກອງປະຊຸມປະຈຳເດືອນ ເພື່ອອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ