ກຸຍບາ ມານະພະຍາຍາມ ຄວບຄຸມໄຟໄໝ້ ຢູ່ສາງບັນຈຸນ້ຳມັນ

(VOVWORLD) - ທີ່ສະຖານທີ່ເກີດເຫດ, ມີອ່າງເກັບນ້ຳມັນ  3  ແຫ່ງຖືກພັງລົ້ງ ພາຍຫຼັງຖືກໄຟໄໝ້ເປັນເວລາຫຼາຍຊົ່ວໂມງ.
ກຸຍບາ ມານະພະຍາຍາມ ຄວບຄຸມໄຟໄໝ້ ຢູ່ສາງບັນຈຸນ້ຳມັນ - ảnh 1ກຸຍບາ ມານະພະຍາຍາມ ຄວບຄຸມໄຟໄໝ້ ຢູ່ສາງບັນຈຸນ້ຳມັນ (ພາບ: AFP/TTXVN )

ກຸຍບາ ກ້າວເຂົ້າສູ່ມື້ທີ 4 ໃນການເຄື່ອນໄຫວຕໍ່ສູ້ດັບເພີງຢູ່ສາງບັນຈຸເຊື້ອໄຟຢູ່ເຂດອ່າວ Matanzas. ວັນທີ 9 ສິງຫາ, ເຮືອບິນ 3 ລຳຂອງກຳລັງທະຫານອາກາດປະຕິວັດ ກຸຍບາ ໄດ້ຂົນນ້ຳຈາກອ່າວ Matanzas ປະມານ 2.500 ລິດ, ເພື່ອມານະພະຍາຍາມເຮັດໃຫ້ເຂດນີ້ເຢັນລົງ. ທີ່ສະຖານທີ່ເກີດເຫດ, ມີອ່າງເກັບນ້ຳມັນ  3  ແຫ່ງຖືກພັງລົ້ງ ພາຍຫຼັງຖືກໄຟໄໝ້ເປັນເວລາຫຼາຍຊົ່ວໂມງ. ມີເຮືອບິນບັນຊາທາງໄກຫຼາຍລຳກໍ່ເຂົ້າຮ່ວມການເຄື່ອນໄຫວດັບເພີງ. ມາຮອດປະຈຸບັນ, ວົງການເຈົ້າໜ້າທີ່ສາທາລະນະສຸກ ກຸຍບາ ຍັງບໍ່ທັນຢັ້ງຢືນລາຍງານກ່ຽວກັບຜົນກະທົບຕໍ່ສຸຂະພາບຂອງປະຊາຊົນຈາກຄວັນໄຟໄໝ້.

        ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 5 ສິງຫາ (ຕາມເວລາທ້ອງຖິ່ນ), ອ່າງເກັບນ້ຳມັນດິບມີບໍລິມາດ 50.000 m3  ໃນເຂດອຸດສາຫະກຳຢູ່ໃກ້ກັບນະຄອນ Matanzas ຂອງ ກຸຍບາ ກໍ່ຖືກໄຟໄໝ້ຍ້ອນ ຟ້າຜ່າ. ມາຮອດປະຈຸບັນ, ເຫດໄຟໄໝ້ໄດ້ເຮັດໃຫ້ຕຳຫຼວດດັບເພີງ 1 ຄົນເສຍຊີວິດ, 14 ຄົນຖືກຫາຍສາບສູນ ແລະ ກ່ວາ 100 ຄົນຖືກຮັບບາດເຈັບຍ້ອນຖືກໄຟດາດ ແລະ ດົມຄວັນຜິດ.

ຕອບກັບ

ຂ່າວ/ບົດ​ອື່ນ