ກຸຍບາ ແລະ ອາເມລິກາ ເລີ່ມຈັດຮອບເຈລະຈາຄັ້ງທີ 3

ກຸຍບາ ແລະ ອາເມລິກາ ເລີ່ມຈັດຮອບເຈລະຈາຄັ້ງທີ 3  - ảnh 1
ກຸຍບາ ແລະ ອາເມລິກາ ເລີ່ມຈັດຮອບເຈລະຈາຄັ້ງທີ 3
(ພາບ: TTXVN/AFP)


(vovworld) – ວັນ​ທີ 16/03, ຢູ່​ນະຄອນ​ຫຼວງ ລາ​ຮາ​ວານ ປະ​ເທດ​ກຸຍ​ບາ, ບັນດາ​ນັກ​ການ​ທູດ​ກຸຍ​ບາ ​ແລະ ອາ​ເມ​ລິ​ກາ ​ເລີ່​ມຈັດ​ຮອບ​ເຈລະຈາ​ຄັ້ງ​ທີ 3, ​ເພື່ອ​ແນ​ໃສ່​ຟື້ນ​ຟູ​ການ​ພົວພັນ​ທາງ​ການ​ທູດ​ຢ່າງຮອບດ້ານ​ລະຫວ່າງ 2 ຝ່າຍ, ກ່ອນ​ຈັດ​ກອງ​ປ​ະຊຸມ​ຂັ້ນ​ສຸດ​ຍອດ​ທະວີບອາ​ເມ​ລິ​ກາ ​ໃນ​ເດືອນ 04/2015. ​ໃນ​ມື້​ທຳ​ອິດ, 2 ຝ່າຍ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ລັບ ​ແລະ ຄາດ​ວ່າ​ຈະ​ແກ່ຍາວ​ເປັນ​ເວລາ 2 – 3 ວັນ. ທີ່​ຮອບ​ເຈລະຈາ​ຄັ້ງ​ທີ 3, ກຸຍ​ບາ ​ແລະ ອາ​ເມ​ລິ​ກາ ​ໄດ້​ວາງ​ຄາດໝາຍ​ເປີດ​ສະຖານທູດ​ປະຈຳ​ວໍ​ຊິງ​ເຕັນ ​ແລະ ລາ​ຮາ​ວານ ຄືນ​ໃໝ່, ກ່ອນ​ຈັດ​ກອງ​ປ​ະຊຸມ​ຂັ້ນ​ສຸດ​ຍອດ​ທະວີບອາ​ເມ​ລິ​ກາ ຢູ່ ປາ​ນາມາ ​ໃນ​ວັນ​ທີ 10/04 ຈະ​ມາ​ເຖິງ, ​ເຊິ່ງທັງ​ປະທານ​ນາ​ທິບໍດີ​ອາ​ເມ​ລິ​ກາ Barack Obama ​ແລະ ທ່ານ​ປະທານ Raul Castro ​ລ້ວນ​ແຕ່​ມີ​​ແຜນການ​ເຂົ້າ​ຮ່ວມ.

        ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ, ພາຍຫຼັງ​ການ​ເຈລະຈາ​ເປັນ​ເວລາ 6 ຊົ່ວ​​ໂມງ, ທ່ານນາງ​ຫົວໜ້າ​ຄະນະ​ເຈລະຈາ​ອາ​ເມ​ລິ​ກາ Roberta Jacobson ຖື​ວ່າ, ບັນ​ດາ​ຄວາມ​ຄຶບນ້າ​ເຕັບ​ໄປ​ດ້ວຍ​ຄວາມ​ປະ​ເອີ​ບ​ໃຈ​ຂອງ​ຮອບ​ເຈລະຈາ 2 ຄັ້ງ​ທຳ​ອິດ ​ພາໃຫ້​ທ່ານ​ນາງ​ເຊື່ອມ​ໝັ້ນ​​ວ່າ, ອາ​ເມ​ລິ​ກາ ​ແລະ ກຸຍ​ບາ ອາດ​ຈະ​ເປີດ​ບັນດາ​ສະຖານທູດ​ນະຄອນຫຼວງ​ຂອງ​ຢູ່ນະຄອນຫຼວງ​ຂອງ​ແຕ່ລະ​ປະ​ເທດຢ່າງ​ເປັນ​ທາງການ ກ່ອນ​ຈັດ​ກອງ​ປ​ະຊຸມ​ຂັ້ນ​ສຸດ​ຍອດ​ທະວີບອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ