ກຸຍບາຊົມເຊີຍການຢ້ຽມຢາມຂອງປະທານາທິບໍດີອາເມລິກາ

ກຸຍບາຊົມເຊີຍການຢ້ຽມຢາມຂອງປະທານາທິບໍດີອາເມລິກາ - ảnh 1
(ພາບ​ປະ​ກອບ: Bussiness Insider)

(vovworld) –​ ​​​ວັນ​ທີ 18/02, ໃນ​ຖະ​ແຫຼງ​ການ​ຢ່າງ​ເປັນ​ທາງ​ການ, ທ່ານ​ນາງ Josefina Vidal, ຫົ​ວ​ໜ້າ​ກົມ​ຮັບ​ຜິ​ດ​ຊອບ​ບັນ​ດາ​ບັນ​ຫາ​ອາ​ເມ​ລິ​ກາ ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ກຸຍ​ບາ ໃຫ້​ຮູ້​ວ່າ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ຈະ​​ດຳ​ເນີນ​ການ​ຢ້ຽມ​ຢາມ​ເຖິງ​ກຸຍບາ ຢ່າງ​ເປັນ​ທາ​ງການ​ໃນ​ລະ​ຫວ່າງວັນ​ທີ 21 – 22/03 ຈະ​ມາ​ເຖິງ. ໃນ​ການ​ປະ​ຊຸມ​ຂ່າວ​ຢ່າງ​ເປັນ​ທາງ​ການ ​ເມື່ອແຈ້ງ​ກ່ຽວ​ກັບ​ເຫດ​ການນີ້, ທ່ານ​ນາງ Vidal ກໍ​ແມ່ນ​ຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ຫັນ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ ແລະ ກຸນ​ບາ ເປັ​ນ​ປົກ​ກະ​ຕິ ​ໄດ້ຢືນ​ຢັນ​ວ່າ, ຍາມ​ໃດລັດ​ຖະ​ບານ​ກຸຍບ​າ ​ກໍ​ພ້ອມ​ແລ້ວ​​ທີ່​ຈະ​ຕ້ອນ​ຮັບ​ປະ​ມຸກ​ລັດ​ຂອງ​ອາ​ເມ​ລິ​ກາ ​ດ້ວຍ​ຄ​ວາມ​ຮັກ​ແພງ​ແຂກ​ຄົນ​ຂອງ​ປະ​ຊາ​ຊົນ​ເຂດ​ເກາະ Caribe ນີ້ ແລະ ການ​ຢ້ຽມ​ຢາມດັ່ງ​ກ່າວ​ແມ່ນ​ການພິ​ສຸດ​ໃຫ້​ເຫັນ​ກ່ຽວ​ກັບ​ເຈດ​ຈຳ​ນົງ​ຂອງ La Habana ໃນ​ການ​ປັບ​ປຸງ​ການ​ພົວ​ພັນ​ກັບ​ວໍ​ຊິງ​ຕັນ. ທ່ານ​ນາງ Vidal ກໍ​ຢືນ​ຢັນ​ຄືນ​ໃໝ່​ຫຼັກ​ໝັ້ນ​ຂອງ​ກຸຍ​ບາ ທີ່​ວ່າ, ເພື່ອ​ຫັນ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິກັບ​ອາ​ເມ​ລິ​ກາ, ວໍ​ຊິ​ຕັນ ຕ້ອງ​ລົບ​ລ້າງ​ການ​ປິດ​ລ້ອມທັງ​ໝົດ ດ້ານ​ເສດ​ຖະ​ກິດ, ການ​ເງິນ, ການ​ຄ້າ​ຕ້ານ La Habana ກ​ໍ​ຄື​ມອບ​ຄືນ​ອ່າວ Guantanamo, ​ເຊິ່ງ​ແມ່ນ​ດິນ​ແດນ​ພາກ​ສ່ວນ​ໜຶ່ງ​ຂອງ​ກຸຍ​ບາ ​ທີ່ອາ​ເມ​ລິ​ກາ ​ໄດ້​ຢືດ​ຄອງ​ຢ່າງ​ຜິດ​ກົດ​ໝາຍ​ເພື່ອ​ໃຫ້​ເປັນ​ຖານ​ທີ່​ໝັ້ນ​ນັ້ນ​ໃຫ້​ກຸຍ​ບາ.

ຂ່າວ/ບົດ​ອື່ນ