ກຸຍບາຢືນຢັນຄືນຄຳຮຽກຮ້ອງອາເມລິກາຍົກເລີກຄຳສັ່ງຂວ້ຳບາດ

ກຸຍບາຢືນຢັນຄືນຄຳຮຽກຮ້ອງອາເມລິກາຍົກເລີກຄຳສັ່ງຂວ້ຳບາດ - ảnh 1
(ພາບປະກອບ: AP)

(vovworld) – ກຸຍບາ ຢືນຢັນຄື​ນຄຳຮຽກຮ້ອງອາເມລິກາ ຍົກເລີກ ຄຳສັ່ງຂວ້ຳບາດດ້ານການ​ຄ້າກໍ​ຄື ມອບ​ສິດ​ຄວບ​ຄຸ​ມຖານ​ທີ່​ໝັ້ນ​ທະຫານ​ເຮືອຢູ່ Guantanamo ​ໃຫ້​ກຸຍບາ ຄືນໃໝ່. ນີ້​ແມ່ນ​ເງື່ອນ​ໄຂ​ເ​ພ່ືອ​ໃຫ້ 2 ປະ​ເທດ​​ສ້າງ​ການ​ພົວພັນ​ເປັນ​ປົກກະຕິ. ທັດສະນະ​ດັ່ງກ່າວ​ໂດຍ​ປະທານ​ກຸຍ​ບາ Raul Castro ​ໄດ້​ຍົກ​ອອກ​ມາ​ໃນ​ການພົບ​ປະແລກປ່ຽນ​ກັບປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama, ໃນ​ວັນ​ທີ 29/09, ຢູ່​ນອກກອງ​ປະຊຸມສະມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຄັ້ງ​ທີ 70, ​ເຊິ​່ງດຳ​ເນີນ​ໄປ​ຢູ່​ນະຄອນ​ນິວຢອກ​, ປະ​ເທດ​ອາ​ເມ​ລິ​ກາ. ພາຍຫຼັງ​ການ​ພົບ​ປະລະ​ຫວ່າງ​ການ​ນຳ 2 ປະ​ເທດ, ທ່ານ​ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທ​ດກຸຍ​ບາ Bruno Rodriguez ​ເນັ້ນ​ໜັກ​ວ່າ ການ​ນຳ​ທັງ 2 ທ່ານ ​ໄດ້​ເຫັນ​ດີ​ກັບ​​ໂຄງການ​ເຮັດ​ວຽກ​ລວມ​ເຊິ່ງ 2 ຝ່າຍ​ຈະ​ປຶກສາຫາລື​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ສ້າງ​ການ​ພົບ​ພັນ 2 ຝ່າຍ​ເປັນ​ປົກກະຕິ.

ຂ່າວ/ບົດ​ອື່ນ