ກິດ​ຈະ​ກຳ ສຸ​ສານ​ປະ​ທາ​ນ​ໂຮ່​ຈີ​ມິນ ແມ່ນ​ສັນ​ຍາ​ລັກ​ອັນ​ໃສ​ແຈ້ງ ​ສ່ອງ​ແສງສະ​ຫວ່າງ​ໃຫ້​ແກ່​​ຊາດ​ຫວຽດ​ນາມ​ທຸກ​ລຸ້ນ​ຄົນ

(VOVWORLD) - ບັນດາຮ່ອງຮອຍ, ກິດຈະກຳທີ່ກ່ຽວຂ້ອງເຖິງສົບ, ຊີວິດ ແລະ ພາລະກິດຂອງປະທານໂຮ່ຈີມິນ ແມ່ນບັນດາສັນຍາລັກອັນໃສແຈ້ງ, ສ່ອງແສງສະຫວ່າງໃຫ້ແກ່ຊາດຫວຽດນາມທຸກລຸ້ນຄົນ ໃນປັດຈຸບັນ ແລະ ອະນາຄົດ.
ກິດ​ຈະ​ກຳ ສຸ​ສານ​ປະ​ທາ​ນ​ໂຮ່​ຈີ​ມິນ ແມ່ນ​ສັນ​ຍາ​ລັກ​ອັນ​ໃສ​ແຈ້ງ ​ສ່ອງ​ແສງສະ​ຫວ່າງ​ໃຫ້​ແກ່​​ຊາດ​ຫວຽດ​ນາມ​ທຸກ​ລຸ້ນ​ຄົນ - ảnh 1ສຸສານປະທານໂຮ່ຈີມິນ  (ພາບ: TTXVN)

ຕອນເຊົ້າວັນທີ 12 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການເຮັດວຽກ ກັບຄະນະຄຸ້ມຄອງສຸສານປະທານໂຮ່ຈີມິນ ກ່ຽວກັບໝາກຜົນຂອງການປະຕິບັດໜ້າທີ່ 6 ເດືອນຕົ້ນປີ 2024 ແລະ ວຽກງານບູລະນະປະຕິສັງຂອນປະຈຳປີ ສຸສານປະທານໂຮ່ຈີມິນ ໃນປີ 2024.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ສຳລັບຊາດ ຫວຽດນາມ, ທ່ານປະທານ ໂຮ່ຈີມິນທີ່ແສນເຄົາລົບຮັກ ແມ່ນນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳໂລກ, ການນຳທີ່ປີຊາສາມາດ, ອາຈານທີ່ຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ. ໃນສາຍຕາຂອງເພື່ອນມິດສາກົນ, ທ່ານປະທານໂຮ່ຈີມິນ ແມ່ນນັກຮົບປະຕິວັດມີຄວາມເກັ່ງກ້າສາມາດ, ເປັນເພື່ອນສະໜິດສະໜົມ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ບັນດາຮ່ອງຮອຍ, ກິດຈະກຳທີ່ກ່ຽວຂ້ອງເຖິງສົບ, ຊີວິດ ແລະ ພາລະກິດຂອງປະທານໂຮ່ຈີມິນ ແມ່ນບັນດາສັນຍາລັກອັນໃສແຈ້ງ, ສ່ອງແສງສະຫວ່າງໃຫ້ແກ່ຊາດຫວຽດນາມທຸກລຸ້ນຄົນ ໃນປັດຈຸບັນ ແລະ ອະນາຄົດ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຄະນະຄຸ້ມຄອງສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດ, ຈິດໃຈຄວາມຮັບຜິດຊອບ ຕໍ່ພັກ, ລັດ ແລະ ປະຊາຊົນ, ຍົກສູງກຳລັງຄວາມສາມາດຢ່າງບໍ່ຢຸດຢັ້ງເພື່ອປະຕິບັດສຳເລັດໜ້າທີ່ຮັກສາຍາວນານ, ປົກປັກຮັກສາຄວາມປອດໄພໃຫ້ແກ່ສົບປະທ່ານໂຮ່ຈີມິນ ໃນທຸກເງື່ອນໄຂ.

ຕອບກັບ

ຂ່າວ/ບົດ​ອື່ນ