ກົດລະບຽບສົມທົບວຽກງານລະຫວ່າງສະພາແຫ່ງຊາດແລະແນວໂຮມປະເທດຊາດຫວຽດນາມ

ກົດລະບຽບສົມທົບວຽກງານລະຫວ່າງສະພາແຫ່ງຊາດແລະແນວໂຮມປະເທດຊາດຫວຽດນາມ - ảnh 1
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ
(ພາບ: Nhan Sáng/TTXVN)

(vovworld) –  ຕອນ​ບ່າຍ​ວັນ​ທີ 2/3, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແລະ ຄະນະ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ກົດ​ລະບຽບ​ສົມທົບ​ວຽກ​ງານ​ປີ 2016 ລະ​ຫວ່າງ 2 ອົງການ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮູ່ງ ​ແລະ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ເປັນ​ປະທານ​ກອງ​ປະຊຸມ. ປີ 2016, 2 ອົງການ​ໄດ້​ກຳ​ນົດຈຸດ​ສຸມ​ໃນ​ການ​ສົມທົບວຽກ​ງານ​ແມ່ນ​ສົມທົບ​ກັນສະຫລຸບ​ອາ​ຍຸ​ການ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ຊີ້ນ​ຳສະຫລຸບ​ອາຍຸ​ການ​ຂອງ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2011 – 2016, ສົມທົບ​ວຽກ​ງານ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ສະມາຊິກ​ສະພາ​ປະຊາ​ຊົນ​ອາຍຸ​ການ​ໃໝ່. ​ໃນ​ນັ້ນ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສົມທົບ​ກັນຢ່າງ​ແໜ້ນ​​ແຟ້ນ​ເພື່ອ​ໃຫ້​ຄະນະ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​​ໂຮມ​ປະ​ເທດ​ຊາດ ຫວຽດນາມ ປະຕິບັດ​ບົດບາດ, ຄວາມ​ຮັບຜິດຊອບ​ຢ່າງຄົບ​ຖ້ວນ​ໃນ​ການ​ປະຕິບັດ​ວິວັດ​ການ​ເຈ​ລະ​ຈາ​ເລືອກ​ເຟັ້ນ, ​ແນະນຳ​ຜູ້​ອອກສະໝັກ​ເລືອກຕັ້ງ​ເປັນສະມາຊິກ​ສະພາ​ແຫ່ງ​ຊາດ. ທ່ານປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮູ່ງ, ສະ​ເໜີ​ວ່າ:

        “ໜ້າ​ທີ່​ໃນ​ປີ 2016 ມີຫຼາຍ​ແຕ່​ສຸມ​ໃສ່​​ເຂົ້າ​ໃນ​ວຽກ​ງານ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ໃຫ້​ສຳ​ເລັດ​ຜົນ. ຮອ​ດຈຸດ​ເວລາ​ນີ້, ບັນດາ​​ເອກະສານ​ແນະນຳ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແລະ ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ອົງການ​ກ່ຽວຂ້ອງ​ສຳລັບ​ວຽກ​ງານ​ແນະນຳ ​ແລະ ຈັດ​ຕັ້ງ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ແມ່ນ​ໄດ້​ສຳ​ເລັດ​ໂດຍ​ພື້ນຖານ​ແລ້ວ. ປະຈຸ​ບັນ, ພຽງ​ສືບ​ຕໍ່​ຊີ້​ນຳ, ​ແກ້​ໄຂ​ບັນຫາທີ່​ຍັງ​ຄົງ​ຄ້າງ, ຈັດ​ຕັ້ງ​ຜັນ​ຂະຫຍາຍຄື​ແນວ​ໃດ​ເພື່ອ​ໃຫ້ການ​ເລືອກ​ຕັ້ງ​ນີ້​ດຳ​ເນີນ​ໄປ​ຢ່າງມີປະຊາທິປະ​ໄຕ, ຍຸຕິ​ທຳ, ຖືກຕ້ອງ​ຕາມ​ກົດໝາຍ ​ແລະ ​ແມ່ນ​ວັນ​ບຸນ​ຂອງ​ທົ່ວ​ປວງ​ຊົນ​ຢ່າງ​ແທ​ດຈິງ.”


ຂ່າວ/ບົດ​ອື່ນ