ກົດໝາຍ 10 ສະບັບເລີ່່ມມີຜົນສັກສິດປະຕິບັດ ນັບແຕ່ວັນທີ 01 ມັງກອນ 2019 ເປັນຕົ້ນໄປ

(VOVWORLD) -ກົດໝາຍວ່າດ້ວຍການປ້ອງກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ລວມມີ 7 ພາກ, 43 ມາດຕາ 

        ນັບແຕ່ວັນທີ 01 ມັງກອນ 2019 ເປັນຕົ້ນໄປ, ກົດໝາຍ 10 ສະບັບຈະມີຜົນສັກສິດປະຕິບັດ ລວມມີ: ກົດໝາຍວ່າດ້ວຍການປ້ອງກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ; ກົດໝາຍວ່າດ້ວຍການວາງແຜນຜັງ, ກົດໝາຍປັບປຸງ, ເພີ່ມເຕີມ ກົດໝາຍ 11 ສະບັບທີ່ມີຂໍ້ກໍານົດກ່ຽວຂ້ອງເຖິງການວາງແຜນຜັງ; ກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍ 37 ສະບັບ ທີ່ກ່ຽວຂ້ອງເຖິງການວາງແຜນຜັງ; ກົດໝາຍວ່າດ້ວຍການປ້ອງກັນຊາດ; ກົດໝາຍວ່າດ້ວຍປ່າໄມ້; ກົດໝາຍວ່າດ້ວຍການວັດແທກ ແລະ ແຜນທີ່; ກົດໝາຍວ່າດ້ວຍກາຍຍະກໍາ, ກິລາ. ສິ່ງທີ່ໜ້າສົນໃຈໃນກົດໝາຍຈໍານວນດັ່ງກ່າວ ນັ້ນແມ່ນ ກົດໝາຍວ່າດ້ວຍການປ້ອງກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ລວມມີ 7 ພາກ, 43 ມາດຕາ ກໍານົດກ່ຽວກັບບັນດາເນື້ອໃນພື້ນຖານກ່ຽວກັບການປ້ອງກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ສໍາລັບລະບົບຂໍ້ມູນທີ່ສໍາຄັນ ກ່ຽວກັບຄວາມສະຫງົບປອດໄພແຫ່ງຊາດ; ການປ້ອງກັນ, ຕ້ານ ແລະ ແກ້ໄຂການກະທໍາລະເມີດຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ; ຜັນຂະຫຍາຍການເຄື່ອນໄຫວປ້ອງກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ...

ຕອບກັບ

ຂ່າວ/ບົດ​ອື່ນ