ກົດໝາຍ ລັດ​ເຊຍ ຖື​ການລະ​ເມີດ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຄື​ດັ່ງລັດທິຫົວຮຸນ​ແຮງ

(VOVWORLD) -  ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຊັນກົດໝາຍສະຫະພັນ ວ່າດ້ວຍການຖືເລື່ອງລະເມີດຜືນແຜ່ນດິນຂອງລັດເຊຍ, ນັບທັງການຫັນສ່ວນໜຶ່ງຂອງດິນແດນຂອງປະເທດນີ້ ຄືດັ່ງລັດທິຫົວຮຸນແຮງ.
ກົດໝາຍ ລັດ​ເຊຍ ຖື​ການລະ​ເມີດ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຄື​ດັ່ງລັດທິຫົວຮຸນ​ແຮງ - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TTXVN)

       ຮ່າງກົດໝາຍສະບັບດັ່ງກ່າວໄດ້ຮຽບຮຽງເໝືອນດັ່ງສ່ວນໜຶ່ງຂອງການປະຕິບັດການປັບປຸງລັດຖະທໍາມະນູນລັດເຊຍ. ກົດໝາຍສະບັບດັ່ງກ່າວໄດ້ເຮັດແຈ້ງຄໍານິຍາມຂອງການເຄື່ອນໄຫວຂອງກໍາລັງຫົວຮຸນແຮງ ແລະ ກໍານົດວ່າ ການລະເມີດຜືນແຜ່ນດິນຂອງ ລັດເຊຍ, ນັບທັງການຫັນສ່ວນໜຶ່ງຂອງດິນແດນລັດເຊຍ ແມ່ນໄດ້ຮັບຖືວ່າເປັນລັດທິຫົວຮຸນແຮງ. ກ່ອນໜ້ານັ້ນ, ທ່ານສະມາຊິກສະພາສູງ Klishas ໃຫ້ຮູ້ວ່າ ກົດໝາຍສະບັບດັ່ງກ່າວກໍຈະນໍາໃຊ້ກັບອໍານາດການປົກຄອງສະຫະພັນ, ໝາຍຄວາມວ່າການຫັນບັນດາດິນແດນຂອງລັດເຊຍ ແມ່ນ “ບໍ່ອາດຍອມຮັບໄດ້” ເຖິງວ່ານັ້ນແມ່ນຂໍ້ລິເລີ່ມຂອງບັນດາເຂດດິນແດນນີ້ ຫຼື ຂໍ້ລິເລີ່ມຂອງປະຊາຊົນກໍຕາມ.


ຕອບກັບ

ຂ່າວ/ບົດ​ອື່ນ