ກົດໝາຍປະກັນສຸຂະພາບ(ສະບັບປັບປຸງ)ດັດແປງຕາມທິດບຸລິມະສິດໃຫ້ຜູ້ທຸກຍາກ

   ກົດໝາຍປະກັນສຸຂະພາບ(ສະບັບປັບປຸງ)ດັດແປງຕາມທິດບຸລິມະສິດໃຫ້ຜູ້ທຸກຍາກ - ảnh 1
ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ຫງວຽນ​ທິກິມຕ້ຽນ

(vovworld)- ກົດໝາຍ​ປະກັນ​ສຸຂະພາບ(ສະບັບ​ປັບປຸງ) ຄາດ​ວ່າ​ຈະ​ໄດ້​ຮັບຮອງ​ເອົາ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທືອ່ທີ 7 ສະພາ​ແຫ່ງ​ຊາດຫວຽດນາມ ຊຸດ​ທີ 13 ​ໃນ​ເດືອນ​ນີ້. ​ໃນ​ນັ້ນ ມີ​ຫຼາຍ​ຈຸດ​ດັດ​ແປງ​ຕາມ​ຕາມ​ທິດ​ບຸລິມະສິດ​ໃຫ້​ຜູ້​ທຸກ​ຍາກ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ນາງລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ຫງວຽນ​ທິກິມຕ້ຽນ ​ໃນ​ລາຍການ​ວິທະຍຸ​ກະຈາຍສຽງ ຫວຽດນາມຖາມ, ລັດຖະມົນຕີ​ຕອບ” ​ເມື່ອ​ວັນ​ທີ 22/6. ທ່ານ​ນາງລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ຫງວຽນ​ທິກິມຕ້ຽນ ​ໃຫ້​ຮູ້​ວ່າ :  

   “ ກ່ຽວ​ກັບ​ລະດັບ​ການ​ຮັບ​ຜົນ​ປະ​ໂຫຍ​ດຄັ້ງ​ນີ້ ​ແມ່ນ​ມີ​ການ​ປ່ຽນ​ແປງ​ຈະ​ແຈ້ງ, ທີ 1 ​ແມ່ນ​ສຳລັບ​ຜູ້​ທຸກ​ຍາກ ​ແລະ ບັນດາ​ຜູ້​ທີ່​ມີ​ຄຸນງາມຄວາມດີ​ຄື : ພໍ່, ​ແມ່, ​ເມຍ, ລູກ​ຂອງນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຈາກ​ບ່ອນ​ຕ້ອງ​ຈາ​ຍດ້ວຍ​ຄ່າລວມ, ສຳລັບ​ຜູ້​ທຸກ​ຍາກ ​ແມ່ນ 5%, ​ແຕ່​ປະຈຸ​ບັນ​ບໍ່​ຕ້ອງ​ຈາ​ຍອີກ​ແລ້ວ. ທີ 2 ສຳລັບ​ເປົ້າ​ໝາຍ​ຂ້ອນ​ຂ້າງ​ທຸກ​ຍາກ​ນັ້ນ, ກ່ອນ​ນັ້ນ ​ແມ່ນ​ຕ້ອງ​ຈາ​ຍ 20%, ​ແຕ່​ປະຈຸ​ບັນ ​ໄດ້​ຫຼຸດ​ລົງ​ເຫຼືອ​ພຽງ 5%. ທີ 3 ​ແມ່ນ​ເປີດ​ລະບົບ​ກວດ ​ແລະ ປິ່ນປົວ​ພະຍາດ. ​ເມື່ອ​ເປັນ​ພົນລະ​ເມືອງ​ຫວຽດນາມ, ທຸກໆ​ຄົນ​ຈະ​ມີ​ສິດ​ໄດ້​ຮັບ​ການ ກວດ ​ແລະ ປິ່ນປົວ​ພະຍາດ​ແຕ່​ວັນ​ທີ 1/1/2016 ​ເປັນ​ຕົ້ນ​ໄປ, ​ໃນ​ນັ້ນ​ໃຫ້​ບຸລິມະສິດ​ພິ​ເສດ​ໃຫ້​ຄົນ​ທຸກ​ຍາກ, ​ເຂດ​ໝູ່​ເກາະ​ທະ​ເລ, ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ພິ​ເສດ ” .

ຂ່າວ/ບົດ​ອື່ນ