ກົດໝາຍວ່າ​ດ້ວຍການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ຢູ່ ຮົ່ງກົງ (ຈີນ) ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ

(VOVWORLD) -  ວັນທີ 30 ມິຖຸນາ, ກົດໝາຍວ່າດ້ວຍການປ້ອງກັນຄວາມສະຫງົບແຫ່ງຊາດ ຢູ່ ເຂດປົກຄອງພິເສດ ຮົ່ງກົງ (ຈີນ)” ໄດ້ມີຜົນສັກສິດຢ່າງເປັນທາງການ, ຄໍາປະກາດທີ່ມີສ່ວນກ່ຽວຂ້ອງ ໄດ້ຮັບການລົງນາມໂດຍທ່ານນາງ ຫຼິ໊ນເຈິງເວເອື໊ອ ຫົວໜ້າເຂດປົກຄອງພິເສດ ຮົ່ງກົງ, ພ້ອມທັງໄດ້ເອົາລົງໃນໜັງສືພິມຂອງລັດຖະບານໃນຕອນຄໍ່າຂອງວັນດຽວກັນ.
ກົດໝາຍວ່າ​ດ້ວຍການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ຢູ່ ຮົ່ງກົງ (ຈີນ) ມີ​ຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ - ảnh 1(ພາບ:  AP)

        ກົດໝາຍວ່າດ້ວຍການປ້ອງກັນຄວາມສະຫງົບແຫ່ງຊາດ ຢູ່ ຮົ່ງກົງ ລວມມີທັງໝົດ 66 ມາດຕາ ແລະ ແບ່ງອອກເປັນ 6 ພາກ, ລວມມີເນື້ອໃນ: ບັນດາຫຼັກການລວມ, ພາລະໜ້າທີ່ ແລະ ໂຄງປະກອບການປ້ອງກັນຄວາມສະຫງົບແຫ່ງຊາດຂອງເຂດປົກຄອງພິເສດຮົ່ງກົງ, ການກະທໍາຜິດ ແລະ ການປັບໄໝລົງໂທດ, ສິດອໍານາດພິພາກສາຄະດີ, ລໍາດັບນໍາໃຊ້ກົດໝາຍ, ໂຄງປະກອບການປ້ອງກັນຄວາມສະຫງົບແຫ່ງຊາດຂອງສູນກາງ ຊຶ່່ງປະຈໍາການຢູ່ ເຂດປົກຄອງພິເສດຮົ່ງກົງ ແລະ ບັນດາມາດຕາເພີ່ມເຕີມ.

        ກ່ອນໜ້ານັ້ນ, ວັນທີ 30 ມິຖຸນາ, ຄະນະປະຈໍາສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ຊຸດທີ 13 ໄດ້ອັດກອງປະຊຸມສະໄໝສາມັນເທື່ອທີ 20, ເຊິ່ງໄດ້ຮັບຮອງເອົາກົດໝາຍວ່າດ້ວຍການປ້ອງກັນຄວາມສະຫງົບແຫ່ງຊາດ ຢູ່ເຂດປົກຄອງພິເສດ ຮົ່ງກົງ.


ຕອບກັບ

ຂ່າວ/ບົດ​ອື່ນ