ກົດໝາຍວ່າດ້ວຍການເຂົ້າ-ອອກເມືອງຂອງ ພົນລະເມືອງຫວຽດນາມ: ຍົກສູງຄຸນຄ່າດ້ານນິຕິທໍາສໍາລັບການເຄື່ອນໄຫວຄຸ້ມຄອງລັດ ກ່ຽວກັບການເຂົ້າ-ອອກເມືອງ

(VOVWORLD) -ບັນດາສະມາຊິກສະພາແຫ່ງຊາດກໍໄດ້ປຶກສາຫາລື ແລະ ສະແດງຄວາມສົນໃຈເປັນພິເສດຕໍ່ເຫດມີຄົນເສຍຊີວິດ39 ຄົນ ໃນ ຕູ້ container ຢູ່ເຂດອຸດສາຫະກໍາ Waterglade ສັງກັດ ລັດ Essex, ທາງທິດຕາເວັນອອກສ່ຽງເໜືອ ລອນດອນ ພ້ອມທັງສະເໜີບັນດາອົງການທີ່ມີໜ້າທີ່ ຕ້ອງເພີ່ມທະວີການຄຸ້ມຄອງພົນລະເມືອງອອກເມືອງຢ່າງເຂັ້ມງວດ ເພື່ອສະກັດກັ້ນກໍລະນີພົນລະເມືອງອອກເມືອງຢ່າງຜິດກົດໝາຍ.
ກົດໝາຍວ່າດ້ວຍການເຂົ້າ-ອອກເມືອງຂອງ ພົນລະເມືອງຫວຽດນາມ: ຍົກສູງຄຸນຄ່າດ້ານນິຕິທໍາສໍາລັບການເຄື່ອນໄຫວຄຸ້ມຄອງລັດ ກ່ຽວກັບການເຂົ້າ-ອອກເມືອງ - ảnh 1 (ພາບປະກອບ: quochoi.vn)

ຕອນບ່າຍວັນທີ 28 ຕຸລາ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການເຂົ້າ-ອອກເມືອງ ຂອງພົນລະເມືອງຫວຽດນາມ. ຮ່າງກົດໝາຍສະບັບດັ່ງກ່າວ ໄດ້ປະກອບຄໍາເຫັນໃນກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຫວຽດນາມ ຊຸດທີ 14. ຮ່າງກົດໝາຍທີ່ຍື່ນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາໃນຄັ້ງນີ້ ລວມມີ 8 ພາກ, 52 ມາດຕາ, ກໍານົດກ່ຽວກັບການເຂົ້າ-ອອກເມືອງ ຂອງພົນລະເມືອງຫວຽດນາມ; ໜ້າທີ່ຄວາມຮັບຜິດຊອບຂອງອົງການຄຸ້ມຄອງລັດກ່ຽວກັບການນໍາເຂົ້າ-ສົ່ງອອກ ແລະ ອົງການ, ສ່ວນບຸກຄົນທີ່ກ່ຽວຂ້ອງ. ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບຕໍ່ຄວາມຈໍາເປັນຕ້ອງປະກາດໃຊ້ກົດໝາຍ ເພື່ອຮັບປະກັນການຫັນບັນດາເນື້ອໃນຂອງ ລັດຖະທໍາມະນູນທີ່ກ່ຽວຂ້ອງເຖິງສິດສັນຈອນໄປມາຂອງພົນລະເມືອງ ເປັນລະອຽດ; ຍົກສູງຄຸນຄ່າທາງນິຕິທໍາສໍາລັບການເຄື່ອນໄຫວຄຸ້ມຄອງລັດ ກ່ຽວກັບການນໍາເຂົ້າ-ສົ່ງອອກ; ເໝາະສົມກັບສົນທິສັນຍາສະບັບຕ່າງໆຂອງສາກົນ ເຊິ່ງຫວຽດນາມ ເປັນສະມາຊິກ ຫຼື ເຂົ້າຮ່ວມ.

        ກ່ອນໜ້ານັ້ນ, ຕອນເຊົ້າໃນວັນດຽວກັນ, ຢູ່ນອກກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດກໍໄດ້ປຶກສາຫາລື ແລະ ສະແດງຄວາມສົນໃຈເປັນພິເສດຕໍ່ເຫດມີຄົນເສຍຊີວິດ39 ຄົນ ໃນ ຕູ້ container ຢູ່ເຂດອຸດສາຫະກໍາ Waterglade ສັງກັດ ລັດ Essex, ທາງທິດຕາເວັນອອກສ່ຽງເໜືອ ລອນດອນ ພ້ອມທັງສະເໜີບັນດາອົງການທີ່ມີໜ້າທີ່ ຕ້ອງເພີ່ມທະວີການຄຸ້ມຄອງພົນລະເມືອງອອກເມືອງຢ່າງເຂັ້ມງວດ ເພື່ອສະກັດກັ້ນກໍລະນີພົນລະເມືອງອອກເມືອງຢ່າງຜິດກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ