ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ມີຜົນກະທົບອັນຕັ້ງໜ້າ ເຖິງບັນດານັກລົງທຶນຕ່າງປະເທດ

ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ມີຜົນກະທົບອັນຕັ້ງໜ້າ ເຖິງບັນດານັກລົງທຶນຕ່າງປະເທດ - ảnh 1
ການ​ປະຊຸມ​ຂ່າວປະກາດໝາກຜົນຂອງກອປະຊຸມ
ສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຫວຽດນາມ ຊຸດທີ 13
(ພາບ: chinhphu.vn)


(vovworld) - ທີ່​ການ​ປະຊຸມ​ຂ່າວ, ທ່ານ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ ຫງວຽນ​ມິ​ງກວາງ ຢືນຢັນ​ວ່າ, ​ໃນ ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ (ສະບັບ​ປັບປຸງ) ມີຂໍ້​ກຳນົດ​ໃໝ່ 2 ຢ່າງ​ເພື່ອ​ແນ​ໃສ່​ສົ່ງ​ເສີມ, ດຶງ​ດູດ​ນັກ​ລົງທຶນ​ຕ່າງປະ​ເທດ. ທ່ານ ລັດຖະມົນຕີ ​ ຫງວຽນ​ມິ​ງກວາງ ກ່າວ​ວ່າ.

        “​ໃນກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ (ສະບັບ​ປັບປຸງ), ນັກ​ລົງທຶນ​ຕ່າງປະ​ເທດ ​ຈະຖືກລັດ​ມອບ​ດິນ​ເພື່ອ​ລົງທຶນ​ເຮັດ​ເຮືອນ​ຢູ່, ​ເພື່ອ​ຂາຍ ​ແລະ ສາມາດ​ໃຫ້​ເຊົ່າ. ຂໍ້​ກຳນົດດັ່ງກ່າວ​ແຕກ​ຕ່າງ​ກັບ​ກົດໝາຍ 2003 ຍ້ອນ​ຕາມ​ກົດໝາຍ 2003, ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ພຽງ​ແຕ່​ໄດ້​ເຊົ່າດິນ. ນີ້​ແມ່ນ​ຄວາມ​ກ້າວໜ້າ​ໃໝ່​ຂອງກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ (ສະບັບ​ປັບປຸງ). ທີ 2 ​ແມ່ນ, ສຳລັບ​ບັນດາ​ໂຄງການ​ລົງທຶນ​ອື່ນ ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ພຽງ​ແຕ່​ໄດ້​ຮັບ​ເລືອກ​ຮູບ​ແບບ​ຈາ​ຍ​ເງິນ​ເພື່ອ​ເຊົ່າ​ດິນ; ສາມາດ​ຈາ​ຍ​ເທື່ອ​ໜຶ່ງ​ໃຫ້​ທັງ​ໄລຍະ​ເຊົ່າ​ດິນ ຫຼື ຈາ​ຍດ້ວຍ​ເງິນ​ຜ່ອນ​ແຕ່ລະ​ປີ. ບັນດາ​ຂໍ້​ກຳນົດ​ດັ່ງກ່າວ​ກໍ່​ແມ່ນ​ເພື່ອ​ຮັບປະກັນ​ລັກສະນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ລະຫວ່າງ​ນັກ​ລົງທຶນ​ຕ່າງປະ​ເທດ ​ແລະ ພາຍ​ໃນ​ປະ​ເທດ ພ້ອມ​ທັງ​ກໍ່​ແມ່ນ​ເພື່ອ​ສົ່ງ​ເສີມ, ດຶງ​ດູດ​ນັກ​ລົງທຶນ”.

        ທ່ານ ລັດຖະມົນຕີ ​ ຫງວຽນ​ມິ​ງກວາງ ກໍ່​​ເຊື່​ອໝັ້ນ​​ເລື່ອງ​ຖອນ​ທີ່​ດິນ​ຄືນ, ​ເຊິ່ງ​ແມ່ນບັນຫາທີ່ບັນດາສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງສົນ​ໃຈ​​ທີ່​ສຸດ, ຈະຖືກ​ຮັດ​ແໜ້ນ ​ແລະ ສາມາດ​ແກ້​ໄຂ​ໄດ້​ບັນດາ​ຂໍ້​ຕິດ​ຂັດ, ຫີຼິກລ້ຽງສະພາບ​ຮ້ອງ​ຟ້ອງ​ທີ່​ແກ່ຍາວ​ຄື​ໃນ​ໄລຍະ​ຜ່ານ​ມາ.

        ​ເມື່ອ​ເຕື້ອງ​ເຖິງ​ການເພີ່ມ​ເວລາ​ຊັກ​ຖາມ​ທີ່​ກອງ​ປະຊຸມຄັ້ງ​ທີ​ຈະ​ມາ​ເຖິງ, ທ່ານ​ຮອງ​ປະ​ທານ​ສະພາ​ແຫ່ງ​ຊາດ ອ​ວງຈູລິວ ຢືນຢັນ​ວ່າ.

        “ພາຍຫຼັງ​ການ​ປັບປຸງ​ລັດຖະທຳ​ມະນູນ, ​ໃນ​​ໄລຍະ​ຈະ​ມາ​ເຖິງ ພວກ​ຂ້າພະ​ເຈົ້າ​ຈະ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ, ກົດ​ລະບຽບ​ກອງ​ປະຊຸມຂອງ​ສະພາ​ແຫ່ງ​ຊາດ ທຸກໆ​ບັນຫາ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ຄົ້ນຄວ້າ ​ແລະ ປັບປຸງ​ໃຫ້​ດີ​ຂຶ້ນ ​ເພື່ອ​ສາມາດ​ຍົກ​ສູງ​ຄຸນ​ນະພາ​ບການ​ຊັກ​ຖາມ”.

ຂ່າວ/ບົດ​ອື່ນ