ກົດໝາຍແລະຮ່າງດຳລັດແນະນຳການປະຕິບັດກົດໝາຍປ້ອງກັນ,ຕ້ານໄພທຳມະຊາດ

ກົດໝາຍແລະຮ່າງດຳລັດແນະນຳການປະຕິບັດກົດໝາຍປ້ອງກັນ,ຕ້ານໄພທຳມະຊາດ - ảnh 1
ພາບປະກອບ:internet

 (vovworld)- ຕອນ​ເຊົ້າ​ວັນ​ທີ 27/11 ຢູ່ ດາ​ຫນັງ, ກະຊວງ​ກະສິກຳ ​ແລະ ຊົນນະບົດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ແນະນຳ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ທຳ​ມະ​ຊາດ ​ແລະ ​ຮ່າງ​ບັນດາ​ດຳ​ລັດ​ແນະນຳ​ການ​ປະຕິບັດ​ກົດໝາຍ​ໃຫ້​ແກ່​ບັນດາ​ຜູ້​ແທນ​ແຂວງ, ນະຄອນ​ຕ່າງໆ​ຢູ່​​ພາກ​ກາງ ​ແລະ ​ເຂດ​ໄຕ​ງວຽນ. ຜູ້​ແທນ​ສ່ວນ​ຫລາຍ​ຖື​ວ່າ: ການ​ສ້າງ​ກົດໝາຍ​ສະບັບ​ດັ່ງກ່າວ​ແມ່ນ​ເພື່ອ​ເປັນ​ເອກະ​ພາບ​ການ​ຊີ້​ນຳ, ບໍລິຫານ​ເພື່ອ​ປະກອບສ່ວນ​ຈຳກັດ​ຄວາມ​ເສຍ​ຫາຍ​ໂດຍ​ທຳ​ມະ​ຊາດ​ກໍ່​ຂຶ້ນ. ດຳລັດ​ແນະນຳ​ການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ປ້ອງ​ກັນ ຕ້ານ​ໄພ​ທຳ​ມະ​ຊາດ​ໄດ້​ສ້າງ​ກອບ​ກົດໝາຍ​ໃຫ້​ແກ່​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ທຳ​ມະ​ຊາດ​ຢູ່​ທຸກ​ຂັ້ນ, ຂະ​ແຫນງ​ການ​ໃນ​ໄລຍະ​ແຕກ​ຕ່າງ​ກັນ​ຂອງ​ຂັ້ນ​ຕອນ​ຄວບ​ຄຸມ​ໄພ​ທຳ​ມະ​ຊາດ.

 

ຂ່າວ/ບົດ​ອື່ນ