ກັບຄືນສູ່ກົກເຄົ້າເຫງົ້າກໍພ້ອມກັບ“ບຸນເຕັດຫວຽດນາມ2016”ຢູ່ຫໍພິພິດທະພັນຮ່າໂນ້ຍ

ກັບຄືນສູ່ກົກເຄົ້າເຫງົ້າກໍພ້ອມກັບ“ບຸນເຕັດຫວຽດນາມ2016”ຢູ່ຫໍພິພິດທະພັນຮ່າໂນ້ຍ - ảnh 1
(ພາບປະກອບ)

(vovworld) - ​​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ ​ແລະ ອວຍພອນ​ລະດູບານ​ໃໝ່​ປີວ​ອກ 2016, ​ແຕ່​ວັນ​ທີ 29/01 ​ເຖິງ​ວັນ​ທີ 03/02 (ໝາຍ​ຄວາມ​ວ່າ​ແມ່ນ​ວັນ​ທີ 20 ​ຫາ ວັນ​ທີ 25 ​ເດືອນ 12 ປີ​ມະ​ແມ), ພະ​ແນ​ກວັດທະນະທຳ ​ແລະ ກິລາ ຮ່າ​ໂນ້ຍ ຈະ​ຈັດ​ຕັ້ງ​ບຸນ​ເຕັດ ຫວຽດນາມ ປີ 2016 ຢູ່​ຫໍພິພິດທະ​ພັນ ຮ່າ​ໂນ້ຍ. ບຸນ​ເຕັດ ຫວຽດນາມ ປີ 2016 ຈະ​ນຳ​ມາ​​ໃຫ້​ແຕ່ລະຄົນ​ບັນຍາກາດທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​. ​ແຂກ​ຢ້ຽມຢາມ​ຈະ​ໄດ້​ເຊື່ອມ​ຕົວ​ເຂົ້າ​ໃນ​ບັນຍາກາດ​ຂອງບຸນ​ເຕັດບູຮານ ດ້ວຍ​ບັນດາ​ຮູບພາບທີ່​ລື້​ງ​ເຄີຍ​ຄື: ​ໄມ້​ໄຜ່, ຕົ້ນ​ຄາຍ, ເຮືອນ​ບູຮານ, ຕະຫລາດ​ບ້ານນາ…​ຄະນະ​ຈັດ​ຕັ້ງ​ໄດ້​ຈັດ​ຮ້ານ​ວາງສະ​ແດງ​ກ່ວາ 200 ຮ້ານ, ​​ແລະ​ແບ່ງ​ອອກເປັນ​ບັນດາ​ເຂ​ດຄື: ​ເຂດໝູ່​ບ້ານ​ຫັດຖະກຳທີ່​ເປັນ​ມູນ​ເຊື້ອ ຮ່າ​ໂນ້ຍ, ​ເຂດ​ອາຫານ, ​ເຂດ​​ໂຄສະນາວັດທະນະທຳ, ການທ່ອງທ່ຽວ ຮ່າ​ໂນ້ຍ, ​ເຂດຕົ້ນ​ໄມ້​ປະດັບ…​ນະ​ທີ່​ນີ້, ​

ແຂ​ກຢ້ຽມຢາມ​ທັງໄດ້​ເຫັນ​ປະຈັກ​ຕາສີສັນ​ວັດທະນະທ​ຳທີ່​ສວຍ​ງາມຂອງ​ຊາວຫວຽດນາມ ​ໃນ​ບຸນ​ເຕັດ, ທັງ​ເຂົ້າ​ຮ່ວມ​ການ​ລະຫ​ລິ້ນ​ໂດຍ​ກົງ ​ແລະ ຊື້​ບັນດາ​ເຄື່ອງ​ຂອງ​ປະດັບ​ປະດາ, ສະບຽງ​ອາຫານ.

 

ຂ່າວ/ບົດ​ອື່ນ