ກູບາ ຈັດຕັ້ງພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຂຶ້ນຢ່າງສົມກຽດ

(VOVWORLD) - ວັນທີ 05 ກຸມພາ, ພັກ ແລະ ລັດ ກູບາ ໄດ້ຈັດພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (03/02/1930 – 03/02/2020) ຂຶ້ນຢ່າງສົມກຽດ. ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ, ປະທານສະມາຄົມມິດຕະພາບ ຫວຽດນາມ - ກູບາ, ໄດ້ນຳໜ້າຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໄປເຂົ້າຮ່ວມພິທີດັ່ງກ່າວ.
ກູບາ ຈັດຕັ້ງພິທີສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຂຶ້ນຢ່າງສົມກຽດ - ảnh 1 ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ, ປະທານສະມາຄົມມິດຕະພາບ ຫວຽດນາມ - ກູບາ (ພາບ: TTXVN)

   ກ່າວຄຳເຫັນທີິ່ທີ, ທ່ານນາງ ເຈືອງທິມາຍ ຢັ້ງຢືນວ່າ: ພັກກອມມູນິດ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນແມ່ນບາດລ້ຽວອັນໃຫຍ່ຫລວງໃນປະຫວັດສາດການປະຕິວັດ ຫວຽດນາມ. ໃນຕະຫລອດ 90 ປີຜ່ານມາ, ພັກກອມມູນິດ ຫວຽດນາມ ຍາມໃດກໍ່ຢຶດໝັ້ນຕໍ່ຫຼັກໝັ້ນ, ນຳພາການປະຕິວັດຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ. ທ່ານນາງ ເຈືອງທິມາຍ ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຮຽງບ່າຮຽງໄຫລ່ກັບພັກກອມມູນິດ ກູບາ ເພື່ອພ້ອມກັນປະຕິບັດສຳເລັດພາລະກິດທີ່ສຳຄັນເຊິ່ງປະຫວັດສາດ ແລະ ປະຊາຊົນ 2 ປະເທດມອບໝາຍໃຫ້.

        ສ່ວນທ່ານ Olga Lidia Tapia Lglesias ຫົວໜ້າຄະນະສຶກສາ, ວິທະຍາສາດ ແລະ ກິລາພັກກອມມູນິດ ກູບາ ກໍ່ຍົກອອກໃຫ້ເຫັນນ້ຳໃຈສາມັກຄີ, ມິດຕະພາບແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ 2 ປະເທດ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະຫນູນຂອງປະຊາຊົນ ຫວຽດນາມ ສຳລັບພາລະກິດອັນຊອບທຳຂອງການປະຕິວັດ ກູບາ.

ຕອບກັບ

ຂ່າວ/ບົດ​ອື່ນ