ກູບາ ດຳເນີນການຮັບເອົາຄຳເຫັນປະກອບຂອງມະຫາຊົນໃສ່ຮ່າງລັດຖະທຳມະນູນ

(VOVWORLD) - ທຸກຄຳເຫັນປະກອບຂອງປະຊາຊົນ ກູບາ ທັງຢູ່ພາຍໃນ ແລະ ຕ່າງປະເທດ ລ້ວນແຕ່ໄດ້ຮັບການພິຈາລະນາ ແລະ ຕີລາຄາ, ຮັບປະກັນ “ວິວັດການປະຊາທິປະໄຕດ້ວຍການເຂົ້າຮ່ວມທີ່ມີລັກສະນະສ້າງສັນຂອງປະຊາຊົນຢ່າງ ແທດຈິງ”.

ວັນທີ 13 ສິງຫາ, ປະຊາຊົນກູບາ ນັບລ້ານຄົນໄດ້ຮຽກໂຮມເພື່ອເຂົ້າຮ່ວມວິວັດທະນາການຮັບເອົາຄຳເຫັນປະກອບຂອງມະຫາຊົນ ໃສ່ຮ່າງລັດຖະທຳມະນູນສະບັບໃໝ່, ຄາດວ່າຈະແກ່ຍາວຮອດວັນທີ 15 ພະຈິກ.

        ທຸກຄຳເຫັນປະກອບຂອງປະຊາຊົນ ກູບາ ທັງຢູ່ພາຍໃນ ແລະ ຕ່າງປະເທດ ລ້ວນແຕ່ໄດ້ຮັບການພິຈາລະນາ ແລະ ຕີລາຄາ, ຮັບປະກັນ “ວິວັດການປະຊາທິປະໄຕດ້ວຍການເຂົ້າຮ່ວມທີ່ມີລັກສະນະສ້າງສັນຂອງປະຊາຊົນຢ່າງ ແທດຈິງ”. ບັນດາຄຳເຫັນ ແລະ ຂໍ້ສະເໜີໄດ້ຍົກອອກມາພາຍໃຕ້ 4 ຮູບແບບເຊິ່ງລວມມີ: ການປັບປຸງ, ເພີ່ມເຕີມ, ລົບລ້າງ ແລະ ຄຳຖາມ.

        ດ້ວຍຈຸດໝາຍແກ້ໄຂທຸກໆຂໍ້ມູນຂ່າວທີ່ໄດ້ຍົກອອກມາໃນບັນດາການປຶກສາຫາລືນັ້ນ, ບັນດາກຸ່ມປະຕິບັດງານຢູ່ຂັ້ນນະຄອນ, ແຂວງ ແລະ ລະດັບຊາດໄດ້ຮັບການສ້າງຕັ້ງ ດ້ວຍບັນດາສະມາຊິກສ່ວນຫຼາຍແມ່ນທະນາຍຄວາມ ຫຼື ສາດສະດາຈານ. ຕາມແຫຼ່ງຂ່າວຈາກກະຊວງການຕ່າງປະເທດ ກູບາ ແລ້ວ, ບັນດາພົນລະເມືອງ ກູບາ ຢູ່ຕ່າງປະເທດ ຈະເລີ່ມເຂົ້າຮ່ວມປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນໃນຕົ້ນເດືອນກັນຍາ.

        ພາຍຫຼັງປະຕິບັດສຳເລັດຂັ້ນຕອນການປະກອບຄຳເຫັນ ແລະ ອີງໃສ່ບັນດາຂໍ້ສະເໜີຂອງປະຊາຊົນ, ສະພາແຫ່ງຊາດ ກູບາ ຈະຮຽບຮຽງລັດຖະທຳມະນູນຄືນ ແລະ ຍົກອອກມາເອົາປະຊາມະຕິປະຊາຊົນໃນວັນທີ 24 ກຸມພາ 2019, ແລະ ຫຼັງຈາກນັ້ນຈະປ່ອນບັດຮັບຮອງເອົາເອກະສານສະບັບນີ້ທີ່ກອງປະຊຸມຈະຈັດຕັ້ງພາຍຫຼັງການເອົາປະຊາມະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ