ກູບາ ຕໍາໜິຕິຕຽນ ເລື່ອງອາເມລິກາ ຈັດວາງມາດຕະການໃຫມ່ແນໃສ່ປະເທດນີ້

(VOVWORLD) -ໃນຖະແຫຼງການທີ່ກ່ຽວຂ້ອງສະບັບຫຼ້າສຸດ, ວັນທີ 24 ຕຸລາ, ທ່ານ Miguel Diaz-Canel ປະທານປະເທດ ກູບາ ໄດ້ຕຳໜິຕິຕຽນ ເລື່ອງລັດຖະບານ ອາເມລິກາຈັດວາງມາດຕະການໃໝ່ ເພື່ອແນໃສ່ສະກັດກັ້ນແຫຼ່ງເງິນຂອງຊາວກູບາຢູ່ຕ່າງປະເທດໂອນມາປະເທດນີ້, ທ່ານ ກໍ່ຖືນີ້ແມ່ນການກະທຳກໍ່ຜົນເສຍຫາຍໂດຍກົງຕໍ່ຊາວກູບາ. 
ກູບາ ຕໍາໜິຕິຕຽນ ເລື່ອງອາເມລິກາ ຈັດວາງມາດຕະການໃຫມ່ແນໃສ່ປະເທດນີ້ - ảnh 1 ທ່ານ Miguel Diaz-Canel ປະທານປະເທດ ກູບາ (ພາບ: TTXVN)

ຫ້ອງການຄຸ້ມຄອງສັບຊິນຕ່າງປະເທດ (OFAC) ຂອງກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ ວັນທີ 27 ຕຸລາ, ຈະປະກາດໃຊ້ຄຳສັ່ງຫ້າມບໍ່ໃຫ້ມີການແລກປ່ຽນການຄ້າໃດໆທັງໝົດຈາກເທດນີ້ ກັບບັນດາວິສາຫະກິດ ກູບາ ທີ່ຖືກອາເມລິກາຈັດເຂົ້າໃນ “ບັນຊີດຳ”. ຕາມນັ້ນແລ້ວ, ຂໍ້ກຳນົດນີ້ ຈະມີຜົນສະທ້ອນໂດຍກົງຕໍ່ບໍລິສັດ ການເງິນ Fincimex - ເຊິ່ງແມ່ນວິສາຫະກິດທີ່ພວມຖືກຄຳສັ່ງລົງໂທດຂອງ ວໍຊິງຕັນ ແລະ ແມ່ນຄູ່ຮ່ວມມືຂອງບໍລິສັດໂອນເງິນ ອາເມລິກາ Western Union. ຄຳສັ່ງນີ້ຈະມີຜົນສັກສິດພາຍຫຼັງ 30 ມື້ ນັບແຕ່ເວລາປະກາດເປັນຕົ້ນໄປ.

        ໃນຖະແຫຼງການທີ່ກ່ຽວຂ້ອງສະບັບຫຼ້າສຸດ, ວັນທີ 24 ຕຸລາ, ທ່ານ Miguel Diaz-Canel ປະທານປະເທດ ກູບາ ໄດ້ຕຳໜິຕິຕຽນ ເລື່ອງລັດຖະບານ ອາເມລິກາຈັດວາງມາດຕະການໃໝ່ ເພື່ອແນໃສ່ສະກັດກັ້ນແຫຼ່ງເງິນຂອງຊາວກູບາຢູ່ຕ່າງປະເທດໂອນມາປະເທດນີ້, ທ່ານ ກໍ່ຖືນີ້ແມ່ນການກະທຳກໍ່ຜົນເສຍຫາຍໂດຍກົງຕໍ່ຊາວກູບາ. ການນຳກູບາຖືວ່າ ວໍໍຊິງຕັນ ສືບຕໍ່ກໍ່ຜົນເສຍຫາຍໃຫ້ແກ່ ບັນດາຄອບຄົວຊາວ ກູບາໂດຍຜ່ານມາດຕະການໃໝ່ແນໃສ່ແຫຼ່ງເງິນຂອງຊາວກູບາຢູ່ຕ່າງປະເທດໂອນກັບມາປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ