ກູ​ບາ ​ຕຳ​ໜິ​ຕິ​ຕຽນຄຳ​ສັ່ງ​ຫ້າມ​ເຂົ້າ​ເມືອງ​ຂອງ ອ​າ​ເມ​ລິ​ກາ​ ເລັ່ງ​ໃສ່​ທ່ານ ອະດີດປະ​ທານ Raul Castro

(VOVWORLD) -ວັນທີ 28 ກັນຍາ, ທ່ານ Bruno Rodriguez ລັດຖະມົນຕີ ກະຊວງການຕ່າງປະເທດ ກູບາ ໄດ້ຕຳໜິຕິຕຽນອຳນາດການປົກຄອງ ຂອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຍ້ອນວ່າ ໄດ້ຈັດວາງຄຳສັ່ງຫ້າມເຂົ້າເມືອງ ອາເມລິກາ ສຳລັບທ່ານ Raul Castro ເລຂາຜູ້ທີ່ໜຶ່ງຂອງ ພັກກອມມູນິດກູບາ. 
ກູ​ບາ ​ຕຳ​ໜິ​ຕິ​ຕຽນຄຳ​ສັ່ງ​ຫ້າມ​ເຂົ້າ​ເມືອງ​ຂອງ ອ​າ​ເມ​ລິ​ກາ​ ເລັ່ງ​ໃສ່​ທ່ານ ອະດີດປະ​ທານ Raul Castro - ảnh 1ທ່ານ Raul Castro ເລຂາຜູ້ທີ່ໜຶ່ງຂອງພັກກອມມູນິດ ກູບາ (ພາບ: TTXVN) 

ກ່າວຄຳເຫັນຕໍ່ກອງປະຊຸມ ສະມັດຊາໃຫຍ່ ສປຊ, ທ່ານ Rodriguez ເນັ້ນໜັກວ່າ ນີ້ແມ່ນການກະທຳທີ່ເປັນຜົນປະໂຫຍດໃນສະພາບຕົວຈິງ ແລະ ມີເປົ້າໝາຍແຕະຕ້ອງເຖິງກຽດສັກສີກໍ່ຄືອາລົມຈິດຂອງ ປະຊາຊົນ ກູບາ.

        ວັນທີ 26 ກັນຍາ, ທ່ານ Mike Pompeo ລັດຖະມົນຕີ ກະຊວງການຕ່າງປະເທດ ອາເມລິກາ ໄດ້ປະກາດວ່າ: ທ່ານ Raul Castro ເລຂາຜູ້ທີ່ໜຶ່ງຂອງພັກກອມມູນິດ ກູບາ ທັງເປັນອະດີດປະທານກູບາ ແລະ ຍາດຕິພີ່ນ້ອງຂອງ ເພິ່ນ ຈະບໍ່ມີເງື່ອນໄຂຢ່າງພຽງພໍເພື່ອເຂົ້າເມືອງອາເມລິກາ. ກ່ອນໜ້ານັ້ນ, ວັນທີ 19 ກັນຍາ, ອາເມລິກາ ກໍ່ໄດ້ອອກຄຳສັ່ງເນລະເທດ ສະມາຊິກ ຂອງຄະນະຜູ້ແທນ ກູບາ ປະຈຳ ສປຊ 2 ຄົນ ແລະ ຈຳກັດການໄປມາສຳລັບບັນດາສະມາຊິກທີ່ຍັງເຫຼືອຂອງຄະນະພາຍຫຼັງກ່າວຫາເຂົາເຈົ້າວ່າ ພວມພະຍາຍາມດຳເນີນບັນດາການເຄື່ອນໄຫວຕ້ານອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ