ກູ​ບາ ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ ບົນ​ພື້ນ​ຖານ​ສະ​ເໝີ​ພາບ ແລະ ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ

(VOVWORLD) -ວັນທີ 5 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດ ກູບາ Bruno Rodriguez Parilla ໄດ້ຢັ້ງຢືນເຖິງທັດນະສະຂອງ La Habana ວ່າພ້ອມແລ້ວທີ່ຈະເຈລະຈາກັບ ລັດຖະບານ ອາເມລິກາ ບົນພື້ນຖານຄວາມສະເໝີພາບ ແລະ ເຄົາລົບນັບຖືເຊິ່ງກັນແລະກັນ.
ກູ​ບາ ພ້ອມ​ແລ້ວ​ທີ່​ຈະ​ເຈ​ລະ​ຈາ​ກັບ ອາ​ເມ​ລິ​ກາ ບົນ​ພື້ນ​ຖານ​ສະ​ເໝີ​ພາບ ແລະ ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ - ảnh 1ພາບປະກອບ: baotintuc.vn

ທ່ານລັດຖະມົນຕີການຕ່າງປະເທດ ກູບາ Bruno Rodriguez Parilla ໄດ້ສະແດງຄວາມເສຍດາຍຕໍ່ເລື່ອງ ອາເມລິກາ ສືບຕໍ່ຮັກສານະໂຍບາຍເປັນປໍລະປັກຕ້ານກູບາ, ພ້ອມທັງຊີ້ໃຫ້ເຫັນຢ່າງຈະແຈ້ງ ວິວັດການທີ່ແກ່ຍາວແຕ່ປີ 2014 ຈົນຮອດປີ 2016 ແມ່ນພະຍານຫຼັກຖານຈະແຈ້ງກ່ຽວກັບເລື່ອງສອງຝ່າຍອາດຈະດຳເນີນການສ້າງການພົວພັນສອງຝ່າຍເປັນປົກກະຕິ. ທ່ານກໍ່ເນັ້ນໜັກວ່າ ໂດຍບໍ່ຫົວຊາຕໍ່ມາດຕະການປິດລ້ອມ, ຂວ້ຳບາດ, ການບຸກໂຈມຕີເລັ່ງໃສ່ສະຖານທູດຂອງ La Habana ປະຈຳ ວໍຊິງຕັນ ແລະ ເລື່ອງ ອາເມລິກາຢຸດຕິການບໍລິການກົງສູນຢູ່ນະຄອນຫຼວງ ຂອງ ກູບາ, ທັງສອງປະເທດຍັງຮັກສາບາງຊ່ອງທາງຕິດຕໍ່ພົວພັນ, ສິ່ງທີ່ເປັນໜ້າສົນໃຈແມ່ນ ບັນດາການເຈລະຈາຢ່າງຕັ້ງໜ້າກ່ຽວກັບບັນຫາອົບພະຍົບ.

ຕອບກັບ

ຂ່າວ/ບົດ​ອື່ນ