ກູບາ ອາໄລຫາ 1 ປີແຫ່ງວັນຜູ້ນຳປະຕິວັດ Fidel Castro ເຖິງແກ່ມໍລະນະກຳ

(VOVWORLD) - ວັນທີ 25 ພະຈິກ, ກູບາ ດຳເນີນພິທີອາໄລຫາ 1 ປີແຫ່ງວັນຜູ້ນຳປະຕິວັດ ກູບາ Fidel Castro ເຖິງແກ່ມໍລະນະກຳ.
ກູບາ ອາໄລຫາ 1 ປີແຫ່ງວັນຜູ້ນຳປະຕິວັດ Fidel Castro ເຖິງແກ່ມໍລະນະກຳ - ảnh 1 ຜູ້ນຳປະຕິວັດ Fidel Castro (ພາບ: Agramonte)

ບັນດາການເຄື່ອນໄຫວອາໄລຫາໄດ້ດຳເນີນໄປໃນບັນຍາກາດທີ່ສົມກຽດ ແລະ ປະຊາຊົນ ກູບາ ຫລາຍຄົນໄດ້ສະແດງຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນສຳລັບຜູ້ນຳປະຕິວັດ Fidel Castro. ບັນດາການເຄື່ອນໄຫວອາໄລຫາຜູ້ນຳ Fidel Castro ດຳ ເນີນໃນອາທິດນີ້ ດ້ວຍຫລາຍຮູບການຄື: ການວາງສະແດງປື້ມກ່ຽວກັບຊີວິດ ແລະ ພາລະກິດຂອງທ່ານ Fidel Castro, ຈັດຕັ້ງງານວາງສະແດງ, ສະແດງສິລະປະ ແລະ ຮູບການອື່ນໆໃນທົ່ວປະເທດ ກູບາ. ຕາມແຜນການແລ້ວ ວັນທີ 3 ທັນວາ ກູບາ ຈະຈັດຕັ້ງພິທີໂຮມຊຸມນຸມມິດຕິງ ແລະ ພິທີສວດມົນຢູ່ສະໜາມຫລວງປະຕິວັດ Antonio Maceo ຢູ່ນະຄອນ Santiago de Cuba.

ຕອບກັບ

ຂ່າວ/ບົດ​ອື່ນ