ກູບາດຳເນີນພິທີແຫ່ໂຖອັດຖິຜູ້ນຳປະຕິວັດFidelCastro

ກູບາດຳເນີນພິທີແຫ່ໂຖອັດຖິຜູ້ນຳປະຕິວັດFidelCastro - ảnh 1
​ໂຖ​ອັດ​ຖິຜູ້​ນຳ​ປະ​ຕິ​ວັດ​ກູ​ບາ Fidel Castro​ເຄື່ອນ​ຍ້າຍໄປ​ທົ່ວ​ປ​ະ​ເທດ​ທີ່​ແກ່​ຍາວ​ໃນ​ເວ​ລາ 4 ວັນ
ພາບ:TTXVN

(vovworld)-  ຕອນ​ເຊົ້າ​ວັນ​ທີ 30/11, ຂະ​ບວນ​ລົດແຫ່​ໂຖ​ອັດ​ຖິຜູ້​ນຳ​ປະ​ຕິ​ວັດ​ກູ​ບາ Fidel Castro ໄດ້​ເລີ່ມ​ຕົ້ນ​ການ​ເຄື່ອນ​ຍ້າຍໄປ​ທົ່ວ​ປ​ະ​ເທດ​ທີ່​ແກ່​ຍາວ​ໃນ​ເວ​ລາ 4 ວັນ ເພື່ອ​ສົ່ງ​ທ່ານ​ເຖິງ​ສຸ​ສານ Santa Ifigenia ນະ​ຄອນ Santiago de Cuba. ຕາມ​ແຜນ​ການ, ຂະ​ບ​ວນ​ລົດ​ດັ່ງ​ກ່າວ​ຈະ​ໄປ​ຜ່ານ 13 ແຂວງ ຂອງ​ກູ​ບາ. ການ​​ແຫ່​ໂຖ​ອັດ​ຖິເພື່ອ​ແນ​ໃສ່​ວາດ​ພາບ​ຄືນ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ ທີ່​ມີ​ຊື່​ວ່າ “ການ​ເດີນ​ທາງ​ເພື່ອຄວາມ​ເສ​ລິ​ພາບ” ຂອງກອ​ງ​ທັບ​ລຸກ​ຮຶ້​ຂຶ້ນ Sierra Maestra ໂດຍ ອະ​ດີດ​ຜູ້​ບັນ​ຊາ​ການ​ສູງ​ສຸດ Fidel Castro ນຳ​ຫນ້າ​ເມື່ອ​ປີ 1959.

ກ່ອນ​ຫນ້ານັ້ນ ຢູ່ ສະ​ຫນາມ​ຫລວງ ປະ​ຕິ​ວັດ ນະ​ຄອນ​ຫລວງ ລາ​ຮາ​ວານ ປະ​ເທດ ກູ​ບາ ໄດ້​ດຳ​ເນີນ​ງານ​ຊຸມ​ນຸມ​ອາ​ໄລ​ຫາ​ອະ​ດີດ​ປະ​ທານ Fidel Castro ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ນຳ​ຫລາຍ​ປະ​ເທດ ແລະ ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ ກູ​ບາ ນັບ​ລ້ານໆ​ຄົນ. ນະ​ພິ​ທີ, ​ປະ​ມຸກລັດ 10 ​ທ່ານ, ນາ​ຍົກ​ລັດ​ຖະ​ມົນ​ຕີ 14 ທ່ານ ແລະ ປະ​ທານສະ​ພາ​ແຫ່ງ​ຊາດ 4 ທ່າ​ນ ມາ​ຈາກ​ຫລາຍ​ປະ​ເທດ ໄດ້​ສະ​ແດງ​ຄວາມ​ເສົ້າ​ສະ​ຫລົດ​ໃຈມາ​ຍັງ​ປະ​ຊາ​ຊົນ​ກູ​ບາ, ສະ​ແດງ​ໄມ​ຕິ​ຈິດ​ມິດ​ຕະ​ພາບ ແລະ ການ​ສະ​ຫນັບ​ສະ​ຫນູນ​ທີ່​ມີ​ຕໍ່ປະ​ຊາ​ຊົນ ແລະ ປະ​ເທດ​ກູ​ບາ. ປະ​ຊາ​ຊົນ​ກູ​ບາ ນັບ​ລ້ານໆ​ຄົນ​ໄດ້​ມີ​ຫນ້າ​ທີ່​ພິ​ທີ​ເພື່ອ​ສະ​ແດງ​ອາ​ລົ​ມ​ຈິດ ແລະ ຄວາມ​ເຄົາ​ລົບ​ນັບ​ຖື​ຕໍ່​ຜູ້​ນຳ ແລະ ການ​ນຳ​ປະ​ຕິ​ວັດ​ທີ່​ຍິ່ງ​ໃຫຍ່​ໃນ​ດວງ​ໃຈ​ຂອງ​ປະ​ຊາ​ຊົນ.

ຟ້າມ​ຮວນ, ນັກ​ຂ່າວ VOV ປະ​ຈຳ ອ​າ​ເມ​ລິ​ກາ


ຕອບກັບ

ຂ່າວ/ບົດ​ອື່ນ